ເປີດປະເທດມື້ທຳອິດ ມີຄົນເຂົ້າລາວ 100 ກວ່າຄົນ ແລະ ອອກນອກປະເທດ 200 ກວ່າຄົນ ຜ່ານຂົວມິດຕະພາບລາວ-ໄທ 1

146

ເຊື່ອວ່າຫຼາຍຄົນກໍ່ຄົງຈະໃຈຈົດໃຈຈໍ່ ແລະ ລໍຄອຍວັນເວລາການເປີດປະເທດຢ່າງເປັນທາງການ ເຖິງແມ່ນວ່າສັງຄົມກຳລັງຈະພົບກັບບັນຫາຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແລະ ກໍ່ສົມການລໍຄອຍ 9 ພຶດສະພາ 2022 ເປີດປະເທດຢ່າງເຕັມຮູບແບບ ເຖິງວ່າມື້ທຳອິດບັນຍາກາດອາດຈະບໍ່ຄຶກຄື້ນເທົ່າທີ່ຄວນກໍ່ຕາມ.

ພັນເອກ ສາຍສະໝິງ ສີວິໄລ, ຫົວໜ້າກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດຕໍ່ສື່ມວນຊົນໃນຕອນບ່າຍວັນທີ 9 ພຶດສະພາ 2022 ວ່າ: ກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ໄດ້ອອກແຈ້ງການຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານກ່ຽວກັບການຜ່ອນຜັນສໍາລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ກໍຄື ແຈ້ງການສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022, ໂດຍເຫັນດີເປີດດ່ານສາກົນທັງໝົດ 32 ແຫ່ງໃນທົ່ວປະເທດ ພ້ອມກັນນັບແຕ່ ວັນທີ 9 ພຶດສະພານີ້ ເປັນຕົ້ນໄປ, ເຊີ່ງທາງຄະນະນໍາຂອງກົມ ໄດ້ເຄື່ອນໄຫວກວດກາດ່ານສາກົນ 2 ແຫ່ງ ຄື: ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ ແລະ ດ່ານສາກົນສະໜາມບິນວັດໄຕ.

ໂດຍໃນວັນທີ 9 ພຶດສະພາ 2022 ເຫັນວ່າ ການເດີນ ທາງເຂົ້າ-ອອກຂອງຄົນລາວ ແລະ ຕ່າງປະເທດ ຜ່ານທັງສອງດ່ານຍັງບໍ່ທັນຫລາຍ ແລະ ຄຶກຄື້ນເທົ່າທີ່ຄວນ, ໃນນີ້ ມີຕ່າງປະເທດຈໍານວນໜຶ່ງທີ່ເຂົ້າມາເອົາວິຊ່າກັບດ່ານ, ສ່ວນຢູ່ສະໜາມບິນສາກົນວັດໄຕແມ່ນບໍ່ມີຖ້ຽວບິນເຂົ້າມາໃນມື້ນີ້, ແຕ່ໃນວັນທີ 10 ພຶດສະພາ ຈະມີ 3 ຖ້ຽວບິນເຂົ້າມາ.

ທ່ານໃຫ້ຮູ້ຕື່ມວ່າ: ກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກ່ຽວຂ້ອງປະຈໍາຢູ່ແຕ່ລະດ່ານສາກົນຢ່າງລະອຽດ ແລະ ປະຕິບັດຕາມແຈ້ງການຂອງຂັ້ນເທີງວາງອອກ, ໃນນີ້ ຜູ້ທີ່ມີໃບຢັ້ງຢືນສັກວັກຊີນຄົບໂດສແລ້ວແມ່ນສາມາດເດີນທາງເຂົ້າ ສປປ ລາວ ໄດ້ຄືກັນກັບໄລຍະກ່ອນການລະບາດຂອງພະຍາດ ໂຄວິດ-19, ສ່ວນຜູ້ທີ່ບໍ່ມີໃບ ຢັ້ງຢືນສັກວັກຊິນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດລາວແລ້ວ ແມ່ນຈະບໍ່ມີການກວດຕົວຢ່າງຫາເຊື້ອໂຄວິດ-19 ຢູ່ສະໜາມບິນ ຫຼື ຢູ່ດ່ານຊາຍແດນສາກົນທາງບົກ ຫຼື ທາງເຮືອອີກ.

ນອກຈາກນີ້ ສໍາລັບຜູ້ທີ່ມີຈຸດປະສົງເດີນທາງອອກ ສປປ ລາວ ຕ້ອງປະຕິບັດຕາມມາດຕະການ ແລະ ເງື່ອນໄຂຂອງປະເທດປາຍທາງຢ່າງເຂັ້ມງວດ. ພັນເອກ ສາຍສະໝິງ ສີວິໄລ ຢືນຢັນຕື່ມວ່າ: ເຈົ້າໜ້າທີ່ຕໍາຫລວດກວດຄົນເຂົ້າ-ອອກເມືອງ ຈະອໍານວຍຄວາມສະດວກໃນການເຂົ້າ-ອອກ ສປປ ລາວ ຢ່າງເຕັມທີ່. ໃນນີ້ ສະເພາະການຂໍວິຊ່າເຂົ້າມາລາວ ນອກຈາກມີກົນໄກການຍື່ນຂໍວິຊ່າຢູ່ສະຖານທູດ ແລະ ສະຖານກົງສຸນລາວຢູ່ຕ່າງປະເທດ ຍັງມີລະບົບ E-VISA ແລະ ວີຊ່າກັບດ່ານທີ່ໃຊ້ເວລາບໍ່ເກີນ 5 ນາທີຕໍ່ຄົນ. ສໍາລັບວັນທີ 9 ພຶດສະພາ ເຊີ່ງເປັນມື້ທໍາອິດຂອງການເປີດປະເທດເຕັມຮູບແບບ ມາຮອດເວລາ 16 ໂມງ 00, ສະເພາະຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຄົນເດີນທາງເຂົ້າມາລາວ 100 ກວ່າຄົນ ແລະ ເດີນທາງອອກນອກປະເທດ 200 ກວ່າຄົນ.
ຈາກ: ALL in ALL