ຈາກນີ້ໄປ ຂະແໜງການທ່ອງທ່ຽວຕ້ອງຟື້ນຟູ ເຮົາຕ້ອງເປັນເຈົ້າບ້ານທີ່ດີ

84

9 ພຶດສະພາ 2022 ຕົວເລກງາມ ເປີດປະເທດຢ່າງເປັນທາງການພາຍຫຼັງປິດມາຍາວນານ 2 ປີກວ່າໆ ຈາກນີ້ໄປເຮົາຕ້ອງເປັນເຈົ້າບ້ານທີ່ດີໃນການຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນທາງມຸ້ງໜ້າມາສູ່ລາວ ແລະ ເຊື່ອວ່າຫຼັງຈາກນີ້ເສດຖະກິດກໍ່ຈະຄ່ອຍດີຂຶ້ນຕາມລຳດັບ ໂດຍແມ່ນຂະແໜງການທ່ອງທ່ຽວນີ້ ຈະເປັນອີກໜຶ່ງຊ່ອງທາງທີ່ສຳຄັນໃນການພັກດັນ ເພາະການທ່ອງທ່ຽວລາວ ເປັນສິ່ງທີ່ຕ່າງຊາດໃຫ້ຄວາມສົນໃຈ.

ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວໃນໂອກາດຮ່ວມຖະແຫລງຂ່າວກ່ຽວກັບມາດຕະການເຂົ້າ-ອອກປະເທດລາວວ່າ: ນັບແຕ່ວັນທີ 9 ພຶດສະພາ 2012 ເປັນຕົ້ນໄປ ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ຜູ້ທີ່ສັກ ວັກຊີນຄົບໂດສ ສາມາດເດີນທາງເຂົ້າ-ອອກ ສປປ ລາວ ໄດ້ຢ່າງເປັນປົກກະຕິແລ້ວ, ສະນັ້ນ ທຸກພາກສ່ວນຕ້ອງເປັນເຈົ້າພາບຕ້ອນຮັບນັກທ່ອງທ່ຽວຕ່າງປະເທດທີ່ດີຮ່ວມກັນ.

ທ່ານ ອຸ່ນທວງ ຂາວພັນ ໃຫ້ຮູ້ຕື່ມວ່າ: ຂະແຫນງການທ່ອງທ່ຽວ ຈະສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ ແລະ ການເຊື່ອມໂຍງການທ່ອງທ່ຽວກັບພາກພື້ນ ແລະ ສາກົນ, ສືບຕໍ່ປະຕິບັດແຜນ ການຟື້ນຟູການທ່ອງທ່ຽວທີ່ລັດຖະບານໄດ້ຮັບຮອງແລ້ວ, ສືບຕໍ່ຍົກລະດັບຄຸນນະພາບການບໍລິການ ໂດຍສະເພາະແມ່ນຈັດຕັ້ງຜັນຂະຫຍາຍມາດຕະ ຖານດ້ານສຸຂະນາໄມໃນຂະແຫນງການທ່ອງທ່ຽວ ແລະ ການໂຮງແຮມ ຫຼື LaoSafe ແລະ ຈະສືບຕໍ່ປັບປຸງສະຖານທີ່ທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ເພື່ອຈັດຕັ້ງປະຕິບັດແຜນການເປີດຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ລາວ ໃຫ້ມີປະສິດທິພາບເທົ່າທີ່ຄວນ ເພື່ອແນໃສ່ຟື້ນຟູ, ສົ່ງເສີມການທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດຂອງປະເທດໃຫ້ມີລາຍຮັບເພີ່ມຂຶ້ນຕາມແຜນການທີ່ລັດຖະບານວາງອອກ

ພ້ອມນີ້ ກໍ່ເຊີນຊວນທຸກພາກສ່ວນໃນສັງຄົມຮ່ວມແຮງຮ່ວມໃຈກັນກະກຽມຄວາມພ້ອມເປັນເຈົ້າພາບທີ່ດີ ດ້ວຍການອໍານວຍຄວາມສະດວກແກ່ນັກທ່ອງທ່ຽວໃນດ້ານຂໍ້ມູນຂ່າວສານການທ່ອງທ່ຽວ, ການບໍລິການເຂົ້າ-ອອກ ປະເທດຕາມດ່ານສາກົນ, ການເດີນທາງພາຍໃນປະເທດ, ການກິນຢູ່ພັກເຊົາ, ການທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ໃຫ້ແຂກທີ່ມາປະທັບໃຈ ແລະຢາກຢູ່ກັບເຮົາດົນຫຼາຍມື້ເປັນການຊ່ວຍກະຕຸ້ນເສດຖະກິດໄປເທື່ອລະກ້າວ.