9-15 ພຶດສະພາ ຝົນຕົກຟ້າຮ້ອງ ໄປມາຈົ່ງມີສະຕິ

77

ຈາກທີີ່ທາງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກໍ່ຄື ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ນັບແຕ່ 9-15 ພຶດສະພາ 2022 ນີ້ ໃນແຕ່ລະພາກຈົ່ງລະມັດລະວັງ ຝົນຕົກ, ຟ້າຮ້ອງ ລວມໄປຈົນເຖິງອາກາດຮ້ອນ ຮັກສາສຸຂະພາບທ່ານດ້ວຍ

ໂດຍໃນໄລຍະວັນທີ 09 ຫາ 15 ພຶດສະພາ 2022 ຄວາມກົດດັນອາກາດຕໍ່າຈະມີກໍາລັງອ່ອນ ຫາ ປານກາງປົກ ຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈາກອ່າວເບັງການ ທີ່ມີກໍາລັງປານ ກາງ ຫາ ແຮງ ພັດປົກຄຸມເປັນສ່ວນໃຫ່ຍ, ຊື່ງຈະເຮັດໃຫ້ອຸນຫະພູມອາກາດ ຮ້ອນໃນຕອນບ່າຍ ແລະ ມີຝົນຕົກຟ້າ ຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກ້ວາງ ແລະ ຕົກປານກາງ ຫາ ຫນັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ ຈື່ງຝາກເຕືອນເຝົ້າ ແລະ ລະວັງ ສະພາບຝົນຕົກຟ້າຮ້ອງ -ຟ້າເຫຼື້ອມ ເຊິ່ງວ່າ ໃນໄລຍະວັນທີ 12 ຫາ 15 ພຶດສະພາ 2022 ລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ ຈາກອ່າວເບັງການ ຈະມີກໍາລັງປານກາງ ຫາ ແຮງ ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ມີຝົນ ຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກ້ວາງ ແລະ ຕົກປານກາງ ຫາ ຫນັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບມີຝົນຕົກຫນັກ, ຟ້າຮ້ອງ-ຟ້າເຫຼື້ອມ ແລະ ຟ້າຜ່າ, ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ