ອົງການພຸດທະສາສະໜາສໍາພັນ ຫຼວງພະບາງ ແຕ່ງຕັ້ງ ເຈົ້າອະທິການວັດ ວັດຊຽງທອງ ແລະວັດປາກຄານ

278

ໃນວັນທີ 7 ພຶດສະພາ 2022 ອົງການພຸດທະສາສະໜາສໍາພັນ ນະຄອນ-ຫຼວງພະບາງ ອອກຂໍ້ຕົກລົງ ແຕ່ງຕັ້ງ ເຈົ້າອະທິການວັດ ວັດຊຽງທອງ ແລະວັດປາກຄານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ


ໂດຍມີ ສາທຸໃຫຍ່ບຸນເລິດ ຣະວີວັນໂນ ຮອງປະທານ ອພສ ແຂວງ, ປະທານ ອພສ ນະຄອນຫຼວງພະບາງ ເປັນປະທານມອບ ແລະມີ ສາທຸໃຫຍ່ບົວວັນ ປຸນຍະສາໂຣ ຮອງປະທານ ອພສ ແຂວງ ພ້ອມດ້ວຍ ຄະນະ ອພສ ແຂວງ ເປັນສັກຂີພະຍານໃນການແຕ່ງຕັ້ງ


1. ແຕ່ງຕັ້ງ ສາທຸຄໍາພັນ ພັນທະມຸຕໂຕ ອາຍຸ 35 ພັນສາ 15 ພັນສາ ເປັນເຈົ້າອະທິການວັດຊຽງທອງ ໄຊຍະໂຣຫະຮາມາທິບໍດີມະຫາວິຫາຣ

2. ແຕ່ງຕັ້ງ ສາທຸ ຄໍາຫັວນ ວັນນະວັທທະໂກ ອາຍຸ 31 ພັນສາ 11 ພັນສາ ເປັນເຈົ້າອະທິການວັດປາກຄານ


ຂໍສະແດງມຸທິຕາຍິນດີ ກັບເຈົ້າອະທິການວັດທັງສອງ ທີ່ໄດ້ຮັບການແຕ່ງຕັ້ງ ຈາກປະທານ ອພສ ນະຄອນຫຼວງພະບາງ ພ້ອມດ້ວຍຄະນະສົງ ຂໍໃຫ້ຈະເລີນງອກງາມໄພບູນ ໃນບໍວອນພະພຸດທະສາສະໜາ ນໍາພາ ຊີ້ນໍາ ໃນການປົກປັກຮັກສາ ຄຸ້ມຄອງພະສົງສາມະເນນ ບູຣະນະປະຕິສັງຂອນ ສາສະນະສະຖານ ສາສະນະວັດຖຸ ໃຫ້ຢູ່ຄວບຄູ່ໄປໃນພະພຸດທະສາສະໜາສືບໄປ ສາທຸໆ

ຈາກ: ThongPhanh Phanyavongso