ສະຖິຕິ ທີມຊາດລາວ ໂຫດນັດສະເໝີ ສິງກະໂປ ໄດ້ໂອກາດຍິງເຖິງ 14 ຄັ້ງ

92

ນັດທໍາອິດຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີິ ໃນການແຂ່ງຂັນບານເຕະ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເມື່ອວັນທີ 7 ພຶດສະພາ 2022 ທີ່ຜ່ານມາ ເກືອບໄດ້ 3 ຄະແນນມາຄອງແຕ່ໜ້າເສຍດາຍຖືກຕີສະເໝີທ້າຍເກມ 2-2.

ທີມຊາດລາວ ໄດ້ປະຕູຂຶ້ນນໍາຈາກ ເອກກະໄມ ລາດຊະຈັກ ນາທ 14 ເທົ່ານັ້ນ ແລະ ໂຈນີ ແຫວນປະເສີດ ມາຍິງ ປະຕູທີ ປະຕູທີ 2 ນາທີໆ 49 ຊ່ວຍໃຫ້ທີມຊາດລາວ ຂຶ້ນນໍາ 2-0 ແຕ່ທ້າຍເກມ ສິງກະໂປ ມາຍິງ 2 ປະຕູໃນນາທີບາບຈາກການຍິງຂອງ GLENN KWEH ນາທີ 89′ ແລະ JORDAN EMAVIWE ນາທີ 90+6 ໃນໄລຍະຕໍ່ເວລາບາດເຈັບ 5 ນາທີ.

ສະຖິຕິນັດນີ້ ທີມຊາດລາວ ຄອງເກມໄດ້ 42% ແຕ່ສ້າງໂອກາດຍິງເຖິງ 14 ຄັ້ງ ໃນນັ້ນຍິງເຂົ້າເປົ້າເຖິງ 11 ຄັ້ງ ແລະ ເປັນປະຕູ 2 ໜ່ວຍ, ສ່ວນ ສິງກະໂປ ຄອງເກມໄດ້ 58% ສ້າງໂອກາດຍິງໄປ 15 ຄັ້ງ ໃນນັ້ນຍິງເຂົ້າເປົ້າ 6 ຄັ້ງ ແລະ ເປັນປະຕູ 2 ໜ່ວຍ.

ສໍາລັບ ນັດຕໍ່ໄປ ທີມຊາດລາວ ຈະລົງສະຫນາມວັນທີ 09/05/2022 ເວລາ 16:00 ພົບກັບ ທີມຊາດກຳປູເຈຍ ແຂ່ງຂັນຢູ່ທີ່ສະຫນາມ Thien Truong