ອັດຕາແລກປ່ຽນ ທະລຸ400ກີບຕໍ່1ບາດ ເງິນໂດລາ ກາຍ12ພັນກີບຕໍ່ໂດລາ, ຂະນະທີ່ລາຄາຄຳປັບຂຶ້ນສ້າງສະຖິຕິສູງສຸດໃໝ່

515

ກ້າວສູ່ເດືອນພຶດສະພາ 2022 ອັດຕາແລກປ່ຽນ ມີການເໜັງຕີງແຮງຂຶ້ນ ຈົນຫຼ້າສຸດວັນທີ 5 ພຶດສະພາ ອັດຕາແລກປ່ຽນອ້າງອີງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຈຸລະດັບ400ກີບຕໍ່1ບາດເປັນຄັ້ງທຳອິດ. ຂະນະທີ່ລາຄາຄຳໃນວັນດຽວກັນກໍປັບຂຶ້ນສ້າງສະຖິຕິສູງສຸດຮອບໃໝ່.


ອັດຕາແລກປ່ຽນໃນເດືອນພຶດສະພາ ເງິນກີບໄດ້ສືບຕໍ່ອ່ອນຄ່າໄວຂຶ້ນເມື່ອທຽບກັບເງິນບາດ ແລະ ເງິນໂດລາສະຫະລັດ ຈາກລະດັບ 382,80ກີບຕໍ່1ບາດ ແລະ 11.828ກີບຕໍ່1ໂດລາສະຫະລັດ. ຫຼ້າສຸດໂດຍອັດຕາແລກປ່ຽນໃນວັນທີ 5 ພຶດສະພາ2022 ອ້າງອີງຈາກທະນາຄານການຄ້າຕ່າງປະເທດລາວ ເງິນບາດຂາຍອອກທີ່402,89ກີບຕໍ່1ບາດ.ສ່ວນເງິນໂດລາສະຫະລັດຂາຍອອກທີ13.439ກີບຕໍ່1ໂດລາສະຫະລັດ.

ທຽບໃສ່ວັນທີ5 ພຶດສະພາ ປິ2021 ອັດຕາແລກປ່ຽນ ອ້າງອີງຈາກທະນາຄານການຄ້າຕ່າງປະເທດລາວ ເງິນບາດຂາຍອອກທີ່327,54ກີບຕໍ່1ບາດ ແລະ ເງິນໂດລາຂາຍອອກທີ່ 9.425ກີບຕໍ່1ໂດລາສະຫະລັດ.


ຂະນະທີ່ລາຄາຄຳຮູບປະພັນ ອ້າງອີງຮ້ານຄຳພູວົງເປີດຕະຫຼາດວັນທີ 5 ພຶດສະພາ 2022 ຂາຍອອກທີ່ 13.439.000ກີບຕໍ່1ບາດໃນເວລາ9:33ໂມງ ກ່ອນທີ່ຈະປັບຂຶ້ນຄັ້ງທຳອິດໃນເວລາ 9:50ໂມງ ສ້າງສະຖິຕິສູງສຸດຮອບໃໝ່ ທີ່ລະດັບ13.639.000ກີບຕໍ່1ບາດ ຈາກນັ້ນສືບຕໍ່ປັບຂຶ້ນອີກ ສູ່ລະດັບ13.769.000ກີບຕໍ່1ບາດ(ໃນເວລາ13:31ໂມງ).


ດ້ານສະພາຄຳໂລກ (WGC) ເປີດເຜີຍໃນວັນທີ 28 ເມສາ 2022 ວ່າ ຄວາມຕ້ອງການຄຳທົ່ວໂລກເພີ່ມຂຶ້ນ 34% ສູ່ລະດັບ 1.234 ໂຕນໃນໄຕມາດ 1 ຂອງປີ 2022 ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກຄວາມບໍ່ແນ່ນຂອງເສດຖະກິດ ແລະ ບັນຫາການເມືອງລະດັບໂລກ ໄດ້ເຮັດໃຫ້ນັກລົງທຶນພາກັນຊື້ຄຳ ເຊິ່ງເປັນສິນຊັບທີ່ປອດໄພ.

WGC ລະບຸວ່າ ຄວາມວິຕົກກັງວົນກ່ຽວກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຄວາມສ່ຽງດ້ານການເມືອງລະຫວ່າງປະເທດ ໄດ້ກາຍເປັນປັດໄຈຫຼັກ ເຮັດໃຫ້ນັກລົງທຶນພາກັນແຫ່ຊື້ຄຳ ແລະ ໄດ້ດຶງລາຄາຄຳເພີ່ມຂຶ້ນສະເລ່ຍ 5% ໃນໄຕມາດ 1 ຂອງປີ 2022 ເມື່ອທຽບກັບໄຕມາດສຸດທ້າຍຂອງປີຜ່ານມາ.
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນ ວັນທີ 26 ແລະ ປິດລົງ ວັນທີ 27 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ ຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ ທີ່ສໍາຄັນ ໃນການແກ້ໄຂບັນຫາລວມຂອງຊາດໃນເດືອນເມສາ 2022 ແລະ ວາງ ທິດທາງແຜນວຽກຈຸດສຸມ ໃນເດືອນພຶດສະພາ 2022 ໂດຍສະເພາະແມ່ນສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ໃຫ້ດີກວ່າເກົ່າ ເພື່ອດຶງດູດນັກລົງທຶນຕ່າງປະເທດເຂົ້າມາ ສປປ ລາວ ຫຼາຍຂຶ້ນ, ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ, ເຂດເສດຖະກິດພິເສດ ແລະ ໂຄງການສໍາຄັນອື່ນໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.

ຮີບຮ້ອນກໍານົດ ແລະ ຈັດຕັ້ງປະຕິບັດມາດຕາການຕ່າງໆ ໃນການຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ ໂດຍໃຫ້ມີມາດຕະການສະເພາະໜ້າ, ມາດຕະການໄລຍະກາງ ແລະ ໄລຍະຍາວ ທັງມີກົນໄກ ແລະ ວິທີການຄຸ້ມຄອງໃຫ້ລະອຽດ ແລະ ຮັດກຸມ.
ຮີບຮ້ອນກໍານົດມາດຕະການທີ່ຈໍາເປັນໃນການແກ້ໄຂ ການເພີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍຄືອັດຕາເງິນເຟີ້.