3 ຝ່າຍ ເຊັນບົດບັນທຶກຄວາມເຂົ້າໃຈ ສ້າງຄວາມພ້ອມໃຫ້ລັດວິສາຫະກິດລາວເດີນອາກາດ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ

155

ໃນວັນທີ 6 ພຶດສະພາ 2022 ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຂຶ້ນລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ບໍລິສັດເປົ້າໝາຍຈົດທະບຽນຄື: ລັດວິສາຫະກິດລາວເດີນອາກາດ.


ຕ່າງໜ້າລົງນາມໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານ ຄຄຊ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ ຕລຊລ ແລະ ທ່ານ ສີວຽງທອງ ກອນນີວົງ ຜູ້ອຳນວຍການລັດວິສາຫະກິດລາວເດີນອາກາດ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຜູ້ຊີ້ນຳວຽກງານ ສຄຄຊ, ທ່ານ ນິກໂກລາສ໌ ຕາດສ໌ ຮອງອຸປະທູດ ສະຖານທູດແຫ່ງຣາຊະນາຈັກລຸກຊຳບວກປະຈຳ ສປປ ລາວ ພ້ອມດ້ວຍແຂກຖືເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ການເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມື 3 ຝ່າຍລະຫວ່າງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ ລັດວິສາຫະກິດລາວເດີນອາກາດ ຄັ້ງນີ້ກໍເພື່ອປັບປຸງທຸລະກິດຂອງບໍລິສັດໃຫ້ໄດ້ເງື່ອນໄຂ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບລັດວິສາຫະກິດເພື່ອກະກຽມຄວາມພ້ອມຮອບດ້ານໃນການອອກຈຳໜ່າຍຮຸ້ນຄັ້ງທຳອິດໃຫ້ສຳເລັດ (Initial Public Offering: IPO) ແລະ ສາມາດເຂົ້າຈົດທະບຽນເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້. ການລົງນາມໃນຄັ້ງນີ້ ຈະຊ່ວຍໃຫ້ການຮ່ວມມືຂອງທັງ 3 ຝ່າຍມີຄວາມຮັດແໜ້ນ ແລະ ກົມກຽວຂຶ້ນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ບໍລິສັດເປົ້າໝາຍຈົດທະບຽນ ເພື່ອສາມາດສຳເລັດການກະກຽມຄວາມພ້ອມເພື່ອອອກຈຳໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນໃນ ຕລຊລ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເປັນອີກແຮງໜຶ່ງໃນການຂັບເຄື່ອນ ແລະ ເຮັດໃຫ້ຕະຫຼາດທຶນມີສີສັນຂຶ້ນຕື່ມ.


ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າ ສຄຄຊ ກ່າວວ່າ: ບົດບັນທຶກຄວາມເຂົ້າໃຈສະບັບນີ້ ສ້າງຂຶ້ນເພື່ອເພີ່ມທະວີການພົວພັນຮ່ວມມື ເຊິ່ງກັນ ແລະ ກັນ ລະຫ່ວາງ ສຄຄຊ, ຕລຊລ, ລັດວິສາຫະກິດລາວເດີນອາກາດ ໃນການສ້າງງຄວາມເຂັ້ມແຂງໃຫ້ກັບວິສາຫະກິດດັ່ງກ່າວ ໃນການກະກຽມຄວາມພ້ອມຮອບດ້ານ ແລະ ປັບປຸງທຸລະກິດ ເພື່ອໃຫ້ໄດ້ຕາມເງື່ອນໄຂໃນການອອກຈໍາໜ່າຍຮຸ້ນຄັ້ງທໍາອິດ ແລະ ສາມາດເຂົ້າຈົດທະບຽນ ໃນ ຕລຊລ. ການກະກຽມຄວາມພ້ອມດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດ ເພື່ອໃຫ້ມີເງື່ອນໄຂເຂົ້າລະດົມທຶນຜ່ານຕະຫຼາດທຶນລາວ ເພື່ອໃຫ້ວິສາຫະກິດລາວມີການເຕີບໃຫຍ່ຂະຫຍາຍຕົວ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ທັງເປັນການພັດທະນາຕະຫຼາດທຶນລາວໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ”.