ຮີດ 12 ຂອງຊົນເຜົ່າລື້

229

ຊົນເຜົ່າລື້ແມ່ນຊົນເຜົ່າໜຶ່ງໃນ50ຊົນເຜົ່າແລະແມ່ນໜຶ່ງໃນ8ຊົນເຜົ່າທີ່ໃຊ້ພາສາລາວ-ໄຕເຊິ່ງມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວມີຂະນົບທໍານຽມແລະແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບຊົນເຜົ່າລາວຫຼາຍ. ແຕ່ເຖິງຢ່າງໃດກໍຕາມຊົນເຜົ່າລື້ຖືວ່າແມ່ນຊົນເຜົ່າໜຶ່ງທີ່ມີຮາກຖານຄວາມເຊື່ອ ແລະຮີດຄອງປະເພນີທີ່ແໜ້ນໜາ ເຊິ່ງສ່ວນຫລາຍແມ່ນຕິດພັນກັບສາສະໜາພຸດເປັນຕົ້ນຕໍ.

ຊົນເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ອາໄສຢູ່ທາງພາກເໜືອ ຂອງປະເທດລາວ ເຄີຍມີອານາຈັກເຂັ້ມແຂງ ໃນອາດີດ ແລະ ເຄີຍສ້າງອານາເຂດ ທີ່ເປັນປຶກແຜ່ນແໜ້ນໜາ ມີພາສາ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະ ຂອງຕົນເອງ. ເວົ້າກັນວ່າ ບັນພະບູລຸດ ຂອງຊົນເຜົ່າລື້ ມາຈາກສິບສອງພັນນາ ເຊິ່ງໄດ້ຍ້າຍມາຢູ່ປະເທດລາວ ຕາມລຳແມ່ນ້ຳຂອງ ແລະ ສາຂາຂອງມັນໄດ້ປະມານ 600 ກວ່າປີມາແລ້ວ.

ຮີດ12ຂອງຊົນເຜົ່າລື້ມີລັກສະນະແຕກຕ່າງໄປຈາກຮີດ12ຂອງລາວທັງທາງດ້ານຊື່ຂອງບຸນ ແລະພິທີກໍາພິທີການກໍແຕກຕ່າງກັນໄປ. ການນັບເດືອນຂອງຊົນເຜົ່າລື້ຈະນັບໄປກ່ອນໜ້າເດືອນລາວໜຶ່ງເດືອນໝາຍຄວາມວ່າຫາກເດືອນລາວແມ່ນເດືອນສີ່ກໍຈະເປັນເດືອນຫ້າສໍາລັບຊົນເຜົ່າລື້ເຊິ່ງມີຊື່ການເຮັດບຸນໃນ12ເດືອນດັ່ງນີ້.
1. ເດືອນຈຽງ ບຸນກອງຫຼົວ(ກອງໂຫຼ)
2. ເດືອນຍີ່ ບຸນເຂົ້າລົ້ນບາດ.
3. ເດືອນ 3 ບຸນເຂົ້າໃສ່ເລົ້າ (ສູ່ຂວັນເຂົ້າ)
4. ເດືອນ 4 ບຸນທານທຳຫຼວງ (ບຸນພຣະເວດ)
5. ເດືອນ 5 ບຸນທານກາງບ້ານ ,ບຸນຂຶ້ນທາດ

6. ເດືອນ 6 ບຸນປີໃໝ່
7. ເດືອນ 7 ບຸນບວດພຣະ
8. ເດືອນ 8 ບຸນລ້ຽງຜີຕາແຮກ
9. ເດືອນ 9 ບຸນເຂົ້າພັນສາ
10. ເດືອນ 10 ບຸນເຂົ້າສະຫຼາກ 25(ບຸນເຂົ້າປະດັບດິນ)
11. ເດືອນ 11 ບຸນເຂົ້າສະຫຼາກ
12. ເດືອນ 12 ບຸນອອກພັນສາ
1) ເດືອນຈຽງ (ເດືອນ 1) :ບຸນກອງຫຼົວ(ກອງໂຫຼ). ບຸນກອງຫຼົວແມ່ນບຸນປະເພນີປະຈໍາເດືອນໜຶ່ງຂອງຊົນເຜົ່າລື້ທີ່ຍັງຄົງໄດ້ຮັບການປະຕິບັດສືບທອດກັນມາຈົນເຖິງປັດຈຸບັນນີ້. ຄໍາວ່າຫຼົວໝາຍເຖິງຟືນຫຼືໄມ້ທີ່ຈະນໍາມາເຮັດຟືນແຕ່ຄໍາວ່າຫຼົວໃນບຸນປະຈໍາເດືອນຈຽງຂອງຊົນເຜົ່າລື້ນີ້ກໍມີຄວາມຄ້າຍຄືກັນເນື່ອງຈາກວ່າເປັນການນໍາໄມ້ມາຈູດໂຮມກັນ.

ຈຸດປະສົງຂອງການເຮັດບຸນກອງຫຼົວກໍເພື່ອເປັນການເສຍເຄາະເສຍເຂັນເນື່ອງຈາກຈະກ້າວເຂົ້າສູ່ປີໃຫມ່ຟ້າໃຫມ່ແລ້ວ ຂໍໃຫ້ເຄາະເຂັນເວນຮ້າຍສັບພະທຸກ ສັບພະໂສກສັບພະໂລກ ສັບພະໄພທັງມວນໃຫ້ຕົກໄປນໍາໄຟໄຫຼໄປນໍານໍ້າ ຕົກໄປນຳປີເກົ່າ ລ່ວງໄປນຳປີຫຼັງຕາມຄວາມເຊື່ອທີ່ໄດ້ຮັບການສືບທອດມາຍາວນານ.ວິທີເຮັດບຸນກອງຫຼົວພໍເຖິງມື້ທີ່ທາງຄະນະບ້ານຕົກລົງກັນແລ້ວທຸກຄົນກໍຈະໄປຊອກຫາຕັດໄມ້ໃຫຍ່ພໍຂະໜາດທີ່ພໍຈະສາມາດຂຽນໜັງສືໃສ່ໄດ້ຫຼັງຈາກນັ້ນກໍນໍາໄມ້ນັ້ນມາຂຽນຊື່ນາມສະກຸນ ແລະຄໍາປາຖະໜາຂອງຕົນໃສ່ໄມ້ນັ້ນຕ້ອງມີຄວາມຍາວຄ່າວາຂອງເຈົ້າຂອງ.ນອກຈາກນັ້ນ,ໄມ້ໜຶ່ງລໍາຍັງເປັນຕົວແທນຂອງຄົນຄົນໜຶ່ງໝາຍຄວາມວ່າເມື່ອຄອບຄົວມີເທົ່າໃດຄົນກໍຕ້ອງຕັດໄມ້ເທົ່ານັ້ນລໍາ.

ບໍ່ພຽງແຕ່ເທົ່ານັ້ນໄມ້ຍັງເປັນຕົວແທນຂອງວັດຖຸສິ່ງຂອງແລະສັດສາວາສິ່ງອີກດ້ວຍໝາຍຄວາມວ່ານອກຈາກຈະເປັນການເສຍເຄາະແກ່ຄົນແລ້ວບຸກຄົນໃດຢາກເສຍເຄາະໃຫ້ສັດລ້ຽງຂອງຕົນເອງຫຼືວັດຖຸສິ່ງຂອງກໍສາມາດຕັດໄມ້ຕາມຈໍານວນທີ່ຕ້ອງການຈາກນັ້ນນໍາໄປຂຽນອາດຈະຂຽນເອງເປັນອັກສອນລາວ ຫຼືຈະຫາຜູ້ທີ່ຂຽນອັກສອນທໍາໄດ້ກໍຍິ່ງດີໂດຍມີຄວາມເວົ້າດັ່ງນີ້.”ປັນຈະມັງ ອະກຸສະລັງ ອະຕະປາປັງ ສະປະປາປັງ ວິນາສັນຕຸເອວັງໂຫນຕຸ, ໝາຍມີຊື່ວ່າ(ອອກຊື່ນາມສະກຸນເຈົ້າຂອງ)ຈິປູຊາຫື້ຫາຍພະຍາທິໂລກາທັງຫຼາຍຕ່າງໆອົມສະວະຫະສິວິ” ພໍເຖິງມື້ບຸນໃນຕອນເຊົ້າປະຊາຊົນຈະພ້ອມກັນເຂົ້າໄປວັດເພື່ອຕັກບາດຢາດນໍ້າຖວາຍທານ. ພໍຕົກແລງຈະມີຂະບວນແຫ່ໄມ້ດັ່ງກ່າວນັ້ນໄປກອງກັນໄວ້ເປັນກອງສີ່ຫຼ່ຽມໂດຍການຕັ້ງເສົາຫຼັກໄວ້ສີ່ເສົາເປັນສີ່ຫຼ່ຽມແລ້ວຈຶ່ງນໍາໄມ້ນັ້ນໄປກອງກັນໄວ້ຈາກນັ້ນພະສົງຈະມີການສູດມຸງຄຸນ ແລະເສຍເຄາະແລ້ວຈຶ່ງພາກັນຈູດກອງຫຼົວທີ່ກອງກັນຢູ່ນັ້ນກໍເປັນອັນວ່າຈົບພິທີ.
ຈາກ: ພຣະ ບຸນທະວີ ກົມພະພັນ