ເອີຣົບ ສະເໜີແຜນຍົກເລີກການນຳເຂົ້ານ້ຳມັນ ຈາກຣັດເຊຍ ພາຍໃນເວລາ 6 ເດືອນ

105

ສຳນັກຂ່າວຣອຍເຕີ ລາຍງານວັນທີ 5 ພຶດສະພານີ້, ທ່ານ ນາງ ອົວຊູລາ ຟອນແດຣ ເລເຍນ ( Ursula von der Leyen ) ປະທານຄະນະກຳມາທິການເອີຣົບ ( EC ) ເຊິ່ງເປັນອົງການຝ່າຍບໍລິຫານຂອງສະຫະພາບເອີຣົບ ( EU ) ສະເໜີຮ່າງມາດຕະການຂວ້ຳບາດຊຸດໃໝ່ຕໍ່ຣັດເຊຍ ລວມທັງການຍົກເລີກການນຳເຂົ້ານ້ຳມັນດິບ ແລະ ຜະລິດຕະພັນທີ່ກ່ຽວຂ້ອງທັງໝົດ ພາຍໃນໄລຍະເວລາ 6 ເດືອນຂ້າງໜ້າ.


ຂະນະດຽວກັນ ຍັງສະເໜີໃຫ້ມີການເພີ່ມການຂວ້ຳບາດຕໍ່ທະນາຄານ Burbank ເຊິ່ງເປັນສະຖາບັນການເງິນແຫ່ງໃຫຍ່ທີ່ສຸດຂອງຣັດເຊຍ ດ້ວຍການຕັດອອກຈາກລະບົບການເງິນ ລະຫວ່າງປະເທດ ( Swift ) ແລະ ການຫ້າມອອກອາກາດຂອງສື່ມວນຊົນຣັດເຊຍທຸກແຫ່ງໃນທຸກຊ່ອງທາງໃນເອີຣົບ ບໍ່ວ່າຈະເປັນການເຜີຍແຜ່ຮູບພາບ, ການກະຈາຍສຽງ ຫຼື ໃນຮູບແບບທາງອອນລາຍກໍຕາມ.

ແນວໃດກໍຕາມ, ສະມາຊິກອີຢູ ທັງ 27 ປະເທດ ຕ້ອງເຫັນດີເປັນເອກະສັນ ຈຶ່ງສາມາດຈັດຕັ້ງປະຕິບັດມາດຕະການດັ່ງກ່າວໄດ້ ເຊິ່ງໃນຂະນະນີ້ ມີຮົງກາຣີ ແລະ ສະໂລວາກີ ທີ່ອອກມາຄັດຄ້ານຕໍ່ມາດຕະການດັ່ງກ່າວ ໂດຍໃຫ້ເຫດຜົນວ່າ ທັງສອງປະເທດຕ້ອງເພິ່ງພາພະລັງງານຈາກຣັດເຊຍ ເປັນຈຳນວນຫຼວງຫຼາຍ ແລະ ຍັງບໍ່ສາມາດຫາແຫຼ່ງພະລັງງານອື່ນມາທົດແທນພະລັງງານຈາກຣັດເຊຍໄດ້.