ເຟດ ປັບຂຶ້ນອັດຕາດອກເບ້ຍ 0,50% ຫວັງຄວບຄຸມເງິນເຟີ້

96

ຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ພຶດສະພາ 2022 ວ່າ ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ຖະແຫຼງວ່າ ຄະນະກຳມະການກຳນົດນະໂຍບາຍການເງິນ ( FOMC ) ຂອງເຟດ ໄດ້ມີມະຕິເປັນເອກະສັນປັບຂຶ້ນອັດຕາດອກເບ້ຍນະໂຍບາຍໄລຍະສັ້ນ 0,50% ສູ່ລະດັບ 0,75 – 1% ນັບວ່າເປັນຄັ້ງທຳອິດໃນຮອບ 22 ປີ ທີ່ເຟດປັບຂຶ້ນອັດຕາດອກເບ້ຍນະໂຍບາຍສູງລະດັບ 0,50% ເຊິ່ງຕະຫຼອດໄລຍະກວ່າ 2 ທົດສະຫວັດຜ່ານມາ ເຟດປັບຂຶ້ນພຽງຄັ້ງລະບໍ່ເກີນ 0,25%.

ປະທານເຟດ ກ່າວວ່າ: ເຟດມີຄວາມກັງວົນ ແລະ ຕິດຕາມສະຖານະການເງິນເຟີ້ຢ່າງໃກ້ຊິດ ເຊິ່ງເຫັນວ່າຍັງມີທ່າອ່ຽງຈະເພີ່ມຂຶ້ນ ສົ່ງຜົນໃຫ້ກິດຈະກຳທາງເສດຖະກິດໃນສະຫະລັດຊະລໍຕົວລົງ, ຂະນະທີ່ຕະຫຼາດແຮງງານກໍເຊັ່ນດຽວກັນ ເຖິງແມ່ນວ່າການໃຊ້ຈ່າຍຂອງພາກຄົວເຮືອນ ແລະ ການລົງທຶນໃນຊັບສິນຄົງທີ່ຍັງຢູ່ໃນລະດັບເຂັ້ມແຂງກໍຕາມ.

ໃນຂະນະດຽວກັນ ເຟດ ກໍກຳລັງດຳເນີນການປັບຫຼຸດຂະໜາດງົບດຸນ ( Quantitative Tightening:QT ) ປັດຈຸບັນພັນທະບັດລັດຖະບານສະຫະລັດ ແລະ ກາສານໜີ້ ເຊິ່ງມີສິນເຊື່ອທີ່ຢູ່ອາໄສເປັນຫຼັກຄ້ຳປະກັນການຈຳນອງ ຫຼື MBS ມີມູນຄ່າລວມ 8,9 ລ້ານລ້ານໂດລາສະຫະລັດ.

ທັງນີ້, ນັບແຕ່ວັນທີ 1 ມິຖຸນາເປັນຕົ້ນໄປ ເຟດ ຈະປັບຫຼຸດຂະໜາດງົບດຸນໃນວົງເງິນ 47.500 ລ້ານໂດລາຕໍ່ເດືອນ ໂດຍຈະປ່ອຍໃຫ້ພັນທະບັດລັດຖະບານໃນວົງເງິນ 30.000 ລ້ານໂດລາ ແລະ ກາສານໜີ້ 17.500 ລ້ານໂດລາ ຄົບກຳນົດໂດຍບໍ່ມີການຊື້ເພີ່ມອີກ. ໂດຍອີກ 3 ເດືອນຫຼັງຈາກນັ້ນ ການຫຼຸດຂະໜາດງົບດຸນຈະເພີ່ມເປັນເດືອນລະ 95.000 ລ້ານໂດລາ ແບ່ງເປັນພັນທະບັດ 60.000 ລ້ານໂດລາ ແລະ ກາສານໜີ້ 35.000 ລ້ານໂດລາ.