ເປເລ້ ພັນທະວົງ Face Of Laos 2021 ອວຍພອນທຸກໆສາຍອາຊີບ ເນື່ອງໃນວັນກຳມະກອນສາກົນ

140

ຍັງຢູ່ໃນໄລຍະຂອງເດືອນພຶດສະພາ ວັນກຳມະກອນສາກົນ ຄົບຮອບ 136 ປີ ແລະ ມື້ນີ້ທີມຂ່າວບັນເທີງ ກໍໄດ້ມີໂອກາດສໍາພາດໜຸ່ມຫຼໍ່ ທີ່ມີ ຄວາມສາມາດຫຼາກຫຼາຍດ້ານບໍ່ວ່າຈະເປັນຕາກ້ອງ, ຊາຍແບບ ແລະ ນັກສະແດງ ເຊິ່ງໜຸ່ມຄົນນີ້ກໍເອົາຢູ່ທຸກບົດບາດເລີຍ.

ເນື່ອງໃນໂອກາດວັນກໍາມະກອນສາກົນ ໜຸ່ມຫຼໍ່ຄົນນີ້ກໍໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ກ່ອນອື່ນໝົດຂໍກ່າວຄຳວ່າ ສະບາຍດີ ນ້ອງເອງມີຊື່ວ່າ ສົມພົງ ພັນທະວົງ ຫຼື ເປເລ້ ຊາຍແບບ Face Of Laos 2021 ສຳລັບນ້ອງ ອາຊີບນີ້ເປັນອາຊີບທີ່ນອນຢູ່ໃນສາຍບັນເທີງ ແລະ ສິລະປະໃນການຍ່າງ ການໂຊເສື້ອຜ້າແຟຊັນຫຼາກຫຼາຍຢ່າງ ແລະ ນ້ອງກໍມັກໃນສາຍອາຊີບນີ້ ເພາະມັນເປັນອິດສະຫຼະ ໄດ້ສະແດງຄວາມເປັນຕົວຕົນໄດ້ຫຼາຍທີ່ສຸດ ແລະ ຜົນຕອບແທນກໍເໝາະສົມກັບ ຄວາມສາມາດພໍສົມຄວນ.

ຖ້າຖາມວ່າອາຊີບຊາຍແບບເປັນຄືແນວໃດ ຕອບໄດ້ເລີຍວ່າເປັນອາຊີບທີ່ດີ ແລະ ສາມາດນຳລາຍໄດ້ເຂົ້າມາໃນຊີວິດ ເຂົ້າມາໃນຄອບຄົວ ເຊິ່ງມັນອາດຈະບໍ່ຫຼາຍແຕ່ມັນກໍເໝາະແກ່ການດຳລົງຊີວິດ ໄດ້ມີຄົນຮູ້ຈັກ, ໄດ້ມີຊື່ສຽງ ແລ້ວກໍມີຫຼາຍບໍລິສັດຢາກຂໍຊື້ຕົວໄປຢູ່ນຳ ເຊິ່ງມັນເປັນການດີໃຫ້ແກ່ຕົນ ແລະ ແຟນໆທີ່ຄອຍສະໜັບສະໜູນເຮົານຳອີກທີ່ຈະໄດ້ຊົມຜົນງານຂອງເຮົາ.

ສໍາລັບເປເລ້ເອງ ຄິດວ່າທຸກໆສາຍອາຊີບແມ່ນຄືກັນ ເພາະຕ້ອງໃຊ້ແຮງງານ ໃຊ້ ຄວາມສາມາດ ແລະ ຫົວຄິດປະດິດສ້າງທັງນັ້ນ ແລະ ເປເລ້ເອງ ຄິດວ່າການມີອາຊີບການເປັນນາຍແບບ ເປັນນັກສະແດງແມ່ນເຖິງມັນຈະແຕກຕ່າງກັນເລັກໜ້ອຍ ແຕ່ສາມາດໄປດ້ວຍກັນໄດ້ຢ່າງດີ ແລະ ສາມາດນຳມາປັບໃຊ້ກັນໄດ້ ເຊັ່ນ: ການເດີນແບບເຮົາກໍມີການໃຊ້ທ່າທາງ ແລະ inner ແລະ ເຮົາຍັງຄົງເປັນຕົວຕົນຂອງເຮົາຢູ່ ສະແດງໃຫ້ທ່ານຜູ້ຊົມໄດ້ຮັບຮູ້ເຖິງບຸກຄະລິກຕົວຕົນເຮົາໄດ້ຫຼາຍທີ່ສຸດ  ເຊິ່ງມັນຈະແຕກຕ່າງກັບການສະແດງໜ້ອຍໜຶ່ງ, ການສະແດງໝາຍເຖິງເຮົາສະແດງເປັນຕົວລະຄອນນັ້ນໆທີ່ຜູ້ກຳກັບເພິ່ນໄດ້ວາງອອກ ເຊິ່ງມັນບໍ່ແມ່ນຕົວຕົນທີ່ແທ້ຈິງຂອງເຮົາ ແຕ່ມັນສາມາດເຮັດໃຫ້ຜູ້ຊົມອິນໄປກັບຕົວລະຄອນທີ່ເຮົາສະແດງໄດ້.

ສໍາລັບເປເລ້ເອງ ຫຼັງຈາກຊະນະການປະກວດ Face Of Laos 2021 ກໍໄດ້ເຮັດຫຼາກຫຼາຍໜ້າວຽກທີ່ເພີ່ມຂຶ້ນ ເຊິ່ງແນ່ນອນວ່າທຸກໆໜ້າວຽກແມ່ນຕ້ອງໄດ້ໃຊ້ແຮງງານ ແລະ ສະຕິປັນຍາທັງນັ້ນ, ສະນັ້ນ ເນື່ອງໃນໂອກາດວັນກໍາມະກອນສາກົນ ຄົບຮອບ 136 ປີ ເປເລ້ ໃນນາມຕົວແທນເຍົາວະຊົນ ຂໍອວຍໄຊໃຫ້ພອນແດ່ພັກ – ລັດ, ຊາວອອກແຮງງານໝົດທຸກຄົນ ແລະ ແຟນໆ ຈົ່ງມີຄວາມສຸກຂີມີພະລະນາໄມທີ່ດີ ຫ່າງໄກຈາກພະຍາດໂລຄາ, ຢ່າເຈັບ, ຢ່າຈົນ ແລະ ຊ່ວຍກັນເປັນພົນລະເມືອງທີ່ດີໃຫ້ກັບຄອບຄົວ ແລະ ປະເທດຊາດ.

ສຸດທ້າຍນີ້! ກໍຂໍຝາກຜົນງານ ກ່ອນໜ້ານີ້ເປເລ້ ມີຜົນງານການສະແດງ MV ຂອງສິລະປິນ ຕ່າຍ ອາກາດ  ທຸກຄົນສາມາດຄົ້ນຫາໃນ youtube ໄດ້ ຊື່ເພງວ່າ   ( ຝືນ ) ແລະ ເປັນພຣີເຊັນເຕີໃຫ້ແບຣນໆໜຶ່ງ ແລະ ໄວໆນີ້ ເປເລ້ ໄດ້ສະແດງເປັນພະເອກໂຄສະນາສັ້ນໃຫ້ກັບບໍລິສັດນ້ຳດື່ມ ຕອນນີ້ຢູ່ໃນຂັ້ນຕອນການຕັດຕໍ່ ແລະ ຈະອອກອາກາດໃນໄວໆນີ້.

ຮູບ: pele Phanthavong ]