ຫຼາຍສຸດປະຫວັດສາດ ອີ-ສະປອດລາວ ສົ່ງນັກກີລາຮ່ວມຊີເກມ ທີ່ຫວຽດນາມ ເຖິງ 51 ຄົນ

52

ສະຫະພັນກີລາອີ-ສະປອດແຫ່ງຊາດລາວ ຈັດພິທີຖະແຫຼງຂ່າວກຽມສົ່ງນັກກີລາເຂົ້າຮ່ວມຊີເກມ ຂຶ້ນໃນຕອນແລງຂອງວັນທີ 5 ພຶດສະພາ 2022 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດໂອລົມນັກກີລາໂດຍ ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກີລາລະດັບສູງ ເຊິ່ງກໍມີຄະນະສະຫະພັນກີລາອີ-ສະປອດແຫ່ງຊາດລາວ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກີລາອີ-ສະປອດລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ວັນທະນາ ກຸນນະວັນ ຮອງປະທານ, ເລຂາທິການສະພັນກິລາອີສະປອດແຫ່ງຊາດລາວ ກ່າວໃນພິທີວ່າ: ອີ-ສະປອດລາວ ໄດ້ຮັບການສະໜັບສະໜູນຈາກ ບໍລິສັດ T-plus, ລາວໂທລະຄົມ ແລະ ບໍລິສັດ ເບຍລາວ ກໍຄືເຄື່ອງດື່ມສະຕິງ ມາໂດຍຕະຫຼອດມາໃນການຈັດການແຂ່ງຂັນ ເພື່ອຄັດເລືອກເອົານັກກີລາທີມຊາດ ຈົນເຖິງປີ 2022 ເປັນປີປະຫວັດສາດທີ່ ອີ-ສະປອດລາວ ສາມາດສົ່ງນັກກີລາເຂົ້າຮ່ວມຊີເກມ ຄັ້ງທໍາເຖິງ 51 ຄົນ ຮ່ວມຊີງໄຊເຖິງ 9 ລາຍການ ແລະ ມີ 10 ປະເທດເຂົ້າຮ່ວມ