ອັດຕາເງິນເຟີ້ ຢູ່ ສ.ເກົາຫຼີ ເພີ່ມຂຶ້ນສູງສຸດໃນຮອບເກືອບ 14 ປີ

64

ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານສະຖິຕິແຫ່ງຊາດຂອງ ສ.ເກົາຫຼີ ລາຍງານວ່າດັດສະນີລາຄາຜູ້ບໍລິໂພກ ( CPI ) ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນປີຜ່ານມາ ແລະ ເພີ່ມຂຶ້ນໃນຈັງຫວະທີ່ຊັດເຈນຈາກສະຖິຕິ 4,1% ໃນເດືອນເມສາຜ່ານມາ ແລະ ໃນພາບລວມ ຍັງຖືວ່າສູງກວ່າທີ່ຄາດການໄວ້ໃນຮອບ ເກືອບ 14 ປີຜ່ານມາ ຫຼື ນັບແຕ່ປີ 2008 ເປັນຕົ້ນມາ.

ໃນຂະນະດຽວກັນ, ດັດສະນີດັ່ງກ່າວບໍ່ລວມສິນຄ້າ ອາຫານສົດ ແລະ ນ້ຳມັນເຊື້ອໄຟທີ່ມີລາຄາເໜັງຕີງ ເຊິ່ງເປັນອັດຕາເງິນເຟີ້ຂັ້ນພື້ນຖານຍັງຢູ່ໃນລະດັບສູງກວ່າເປົ້າໝາຍ 2% ຂອງທະນາຄານແຫ່ງ ສ.ເກົາຫຼີ ເປັນເດືອນທີ 13 ຕິດຕໍ່ກັນ.

ນອກຈາກນີ້, ຖ້າທຽບສະຖິຕິແບບປີຕໍ່ປີ ພົບວ່າອັດຕາເງິນເຟີ້ໃນເດືອນເມສາ ໃນລະດັບ 3,1% ເພີ່ມຂຶ້ນຈາກສະຖິຕິ 2,9% ແລະ ປັບອັດຕາດອກເບ້ຍນະໂຍບາຍ ຄັ້ງທີ 4 ອີກ 25 ຈຸດ ຂຶ້ນສູ່ລະດັບ 1,50% ເພື່ອຫຼຸດຜ່ອນຄວາມຮຸນແຮງຂອງພາວະເງິນເຟີ້ໃນ ສ.ເກົາຫຼີ.