ທ່ານຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ

275

ໃນວັນທີ 3 ພຶດສະພາ 2022 ນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ,ພ້ອມດ້ວຍຄະນະ.


ການລົງເຄື່ອນໄຫວຊຸກຍູ້ວຽກງານຂອງຮອງນາຍົກລັດຖະມົນຕີຄັ້ງນີ້ ໂດຍເລີ່ມຈາກການລົງຕິດຕາມຊຸກຍູ້ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຂອງບໍລິສັດເຟິສ໌ ແປຊິຟິກ ມາຍນິ້ງ ລາວຈຳກັດ ຢູ່ບ້ານ ຊວ່າງ ເມືອງວັງວຽງ ໂດຍໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຈາກ ທ່ານ ວົງວິຈິດ ນິດຕິບູນ ຜູ້ອຳນວຍການບໍລິສັດເຟິສ໌ ແປຊິຟິກ ມາຍນິ້ງ ລາວຈຳກັດ ເຊິ່ງໂຄງການນີ້ແມ່ນການລົງທຶນພາຍໃນຂອງຄົນລາວ, ຜ່ານການຈັດຕັ້ງປະຕິບັດ ບໍລິສັດໄດ້ສົ່ງອອກແຮ່ໄປແລ້ວປະມານ 250.000 ໂຕນແຮ່, ໄດ້ມອບພັນທະໃຫ້ລັດຖະບານໄປແລ້ວ 4.000.000 ກວ່າໂດລາ.

ເພຶ່ອສືບຕໍ່ໂຄງການ ບໍລິສັດໄດ້ຮັບອານຸຍາດໃຫ້ຂຸດຄົ້ນແຮ່ແບບທົດລອງເຊິ່ງມີຂອບເຂດຂຸດຄົ້ນ 5,8 ເຮັກຕາ ແລະ ໄດ້ມອບພັນທະລ່ວງໜ້າໃຫ້ລັດຖະບານ 1.000.000 ໂດລາ, ສຳລັບເຂດບໍ່ແຮ່ນີ້ ບໍລິສັດໄດ້ສຳຫຼວດເຊິ່ງມີແຮ່ສະສົມປະມານ 1.000.000 ໂຕນແຮ່ ແລະ ບໍລິສັດມີແຜນຜະລິດ ແລະ ປຸງແຕ່ງແຮ່ 30.000 ໂຕນຕໍ່ເດືອນ.


ພາຍຫຼັງທີ່ໄດຮັບຟັງການລາຍງາຍຈາກບໍລິສັດ ແລະ ການປະກອບຄຳເຫັນຂອງເຈົ້າເມືອງ ແລະ ນາຍບ້ານແລ້ວ ທ່ານຮອງນາຍົກລັດຖະມົນຕີໄດ້ມີຄຳເຫັນ ແລະ ເນັ້ນໜັກໃຫ້ບໍລິສັດດັ່ງກ່າວ ເອົາໃຈໃສ່ໃນການປະຕິບັດໜ້າວຽກຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດ ຕ້ອງໃຫ້ຖືກຕາມລະບຽບຫຼັກການ, ສອດຄ່ອງກັບເນື້ອໃນສັນຍາ, ຫຼີກລ້ຽງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ຫຼີກລ້ຽງຜົນກະທົບຕໍ່ເນື້ອທີ່ການຜະລິດ ກໍ່ຄືທີ່ຢູ່ອາໄສຂອງປະຊາຊົນ ຢູ່ໃນບໍລິເວນແວດລ້ອມອ້ອມຂ້າງຂອງໂຄງການ.ຄຽງຄູ່ກັນນີ້ ກໍຕ້ອງມີການປະກອບສ່ວນທຶນຮອນໃນການຊ່ວຍເຫຼືອສັງຄົມ ແລະ ການບູລະນະສ້ອມແປງເສັ້ນທາງເຂົ້າບ້ານດັ່ງກ່າວ, ນຳໃຊ້ແຮງງານທ້ອງຖິ່ນເພຶ່ອໃຫ້ເຂົາເຈົ້າມີລາຍຮັບເຂົ້າສູ່ຄອບຄົວ ເຊິ່ງເປັນພື້ນຖານອັນຈຳເປັນທີ່ຈະຊ່ວຍໃຫ້ປະຊາຊົນນັ້ນ ຫລຸດພົ້ນອອກຈາກຄວາມທຸກຍາກ.

ຫຼັງຈາກນັ້ນທ່ານກໍໄດ້ໄປຢ້ຽມຢາມໂຮງງານຜະລິດໄມ້ອັດທີ່ປູກເອງ ຂອງບໍລິສັດບົວລະພາກະສິກຳປ່າໄມ້ຈຳກັດ ຢູ່ເມືອງຫີນເຫີບ ເພຶ່ອຊຸກຍູ້ສົ່ງເສີມການຜະລິດໄມ້ແປຮູບໄມ້ອັດ ຂອງບໍລິສັດດັ່ງກ່າວໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ຜະລິດເປັນສິນຄ້າໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ແລະ ທ່ານຮອງນາຍົກລັດຖະມົນຕີ,ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຄງການຂຸດຄົ້ນຊັບສິນດີຈີຕອນ (ບິດຄອຍ) ຢູ່ເມືອງແກ້ວອຸດົມ ຕື່ມອີກ.


ພາບ-ຂ່າວ : ບຸນມາ ແກ້ວບຸດດາ.