ນາງງາມຜູ້ມີຈິດໃຈໂອບເອື້ອອາລີ ຊ່ວຍເຫຼືອສັງຄົມຕະຫຼອດມາ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ

0
219

ອີກໜຶ່ງບົດບາດໃນການເຮັດຄວາມດີຊ່ວຍເຫຼືອສັງຄົມຂອງສາວງາມຄົນນີ້ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ Miss Universes Laos 2021 ທັງເຄີຍໄດ້ຮັບຕໍາແໜ່ງ Miss World Laos 2017 ອີກດ້ວຍ ເວົ້າໄດ້ວ່າສາວງາມຄົນນີ້ ເຮົາຈະໄດ້ເຫັນການສົ່ງຕໍ່ນໍ້າໃຈໃນການຊ່ວຍເຫຼືອສັງຄົມຕະຫຼອດມາ ບໍ່ວ່າຈະເປັນການຊ່ວຍເຫຼືອນໍ້າຖ້ວມ, ການຊ່ວຍເຫຼືອສັງຄົມໃນໄລຍະການລະບາດຂອງພະຍາດໂຄວິດ – 19 ແລະ ອີກຫຼາຍໆຢ່າງ.

ຫຼ້າສຸດນີ້ ກໍຄືການແບ່ງປັນນໍ້າໃຈດ້ວຍການມອບເງິນປັດໄຈ ເພື່ອຊ່ວຍຊື້ໂລງສົບໃຫ້ ພໍ່ຕູ້ໂຫຼ່ງ ຜູ້ເສຍຊີວິດທີ່ທຸກຍາກຂາດເຂີນ ເຊິ່ງເອີ້ນໄດ້ວ່າເປັນສາວງາມພຽບພ້ອມທັງໜ້າຕາ ແລະ ຈິດໃຈເລີຍ ໂດຍເຈນນີ້ເອງ ກໍໄດ້ໂພສຜ່ານເຟສບຸ໊ກສ່ວນຕົວຂອງຕົນເອງ ວ່າ:    “ ຂອບໃຈນ້ອງ Daly Dalavong ທີ່ໂພສລົງຊ່ວຍພໍ່ຕູ້ໃນການຫາໂລງສົບ ເປັນສະພານບຸນໃຫ້ເອື້ອຍ ແລະ ນ້ອງ Thilavanh Poupay ໄດ້ຮ່ວມຊື້ໂລງໃຫ້ພໍ່ຕູ້ໃນຄັ້ງນີ້ ”.

“ ຊີວິດຫຼາຍຊີວິດ ຕໍ່ສູ້ກັບໂຊກຊາຕາມາທັງຊີວິດ ບາງຄົນກໍໂຊກດີ ແລະ ຍັງມີຫຼາຍຄົນທີ່ຍັງໂຊກຊາຕາບໍ່ເຂົ້າຂ້າງ ຊ່ວຍເຫຼືອເທົ່າທີ່ເຈນຊ່ວຍໄດ້ ເຮົາຍັງຄົງເຊື່ອວ່າທຸກຄົນຄືເພື່ອນມະນຸດນຳກັນໝົດ ມີເກີດ, ມີຈາກ ສິ່ງທີ່ເຫຼືອໄວ້ ຄືບຸນທີ່ເຮົາສ້າງ ພາບຄວາມຊົງຈຳທີ່ດີໆ ແລະ ການກະທຳຂອງແຕ່ລະຄົນ ເຖິງເຮົາຈະບໍ່ເຄີຍຮູ້ຈັກກັນມາກ່ອນ ເຈນຂໍໃຫ້ພໍ່ຕູ້ໄປຢູ່ພົບພູມທີ່ດີເດີ ”.

ພຽງແຕ່ແຄັບຊັນທີ່ ເຈນນີ້ຂຽນລົງໄປກໍສໍາຜັດໄດ້ເລີຍແມ່ຍິງຄົນເກັ່ງຄົນນີ້ ແມ່ນເປັນຄົນມີນໍ້າໃຈໂອບເອື້ອອາລີ ມັກຊ່ວຍເຫຼືອຜູ້ຄົນ ມີຄວາມເຂົ້າໃຈຕໍ່ໂລກ ເຊື່ອວ່າເຈນນີ້ ແມ່ນເປັນແບບຢ່າງທີ່ດີໃຫ້ກັບສັງຄົມເຮົາໄດ້ດີຢ່າງແນນ່ອນ ບໍ່ແປກໃຈເລີຍທີ່ແຟນໆນາງງາມຮັກສາວຄົນນີ້ ຍ້ອນຄວາມມີນໍ້າໃຈ ບວກກັບຄວາມສາມາດ ແລະ ທັດສະນະຄະຕິດີ ມັກຊ່ວຍເຫຼືອເພື່ອນມະນຸດແບບນີ້ເອງ.

ສໍາລັບ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ແມ່ນຜູ້ເປັນເຈົ້າຂອງມົງກຸດຄົນທີ 5 ຂອງເວທີ Miss Universes Laos 2021 ແລະ ຍ້ອນຄວາມສາມາດທີ່ຫຼາກຫຼາຍ ຍັງເປັນ CEO Of Tonkham Modeling Agency ດ້ວຍ ມີຜົນງານໃນວົງການບັນເທີງມາຢ່າງຫຼາກຫຼາຍເລີຍ ບໍ່ວ່າຈະເປັນນາງແບບ, MC, ພຣີເຊັນເຕີ, ຖ່າຍແບບ, ຖ່າຍໂຄສະນາ ແລະ ເປັນຜູ້ໜຶ່ງທີ່ພັກດັນນ້ອງໆໃນສັງກັດໃຫ້ກ້າວເຂົ້າສູ່ວົງການບັນເທີງຢ່າງມີປະສິດທິພາບ.

ສຸດທ້າຍນີ້ ທີມຂ່າວບັນເທີງກໍຂໍຝາກທຸກຄົນຊ່ວຍເປັນກໍາລັງສະໜັບສະໜູນສາວງາມຄົນນີ້ດ້ວຍ ເຊິ່ງສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວໄດ້ທີ່ Tonkham Phonchanheuang.

[  Tonkham Phonchanheuang ]

LEAVE A REPLY

Please enter your comment!
Please enter your name here