ຄອງຊູເອຊ ມີລາຍຮັບເພີ່ມຂຶ້ນສູງເປັນປະຫວັດການ ໃນເດືອນເມສາ

69

ສຳນັກຂ່າວຊິນຮວາລາຍງານ ເມື່ອວັນທີ 3 ພຶດສະພາ 2022 ວ່າ ທາງການເອຢິບ ເປີດເຜີຍລາຍໄດ້ເກັບຄ່າທຳນຽມເຮືອບັນທຸກສິນຄ້າຜ່ານຄອງຊູເອຊ ( Suez ) ໃນເດືອນເມສາ 2022 ທະລຸ 629 ລ້ານໂດລາສະຫະລັດ ເພີ່ມຂຶ້ນສູງສຸດເປັນປະຫວັດການ.

ທ່ານ ໂອຊາມາ ເຣບີ ປະທານອົງການບໍລິຫານຄອງຊູເອຊ ຂອງປະເທດເອຢິບ ກ່າວວ່າ: ລາຍໄດ້ຈາກການເກັບຄ່າທຳນຽມຜ່ານຄອງຊູເອຊໃນເດືອນເມສາ 2022 ທະລຸ 629 ລ້ານໂດລາສະຫະລັດ ໂດຍຈຳນວນເຮືອທີ່ເດີນທາງຜ່ານຄອງຊູເອຊ ທັງໝົດ 1.929 ລຳ, ບັນທຸກສິນຄ້ານ້ຳໜັກລວມສຸດທິຢູ່ທີ່ 114,5 ລ້ານໂຕນ.

ທັງນີ້ ຄອງຊູເອຊ ເປັນໜຶ່ງໃນແຫຼ່ງລາຍຮັບເປັນເງິນຕາຕ່າງປະເທດຂອງປະເທດເອຢິບ ເຮັດໜ້າທີ່ເຊື່ອມຕໍ່ລະ ຫວ່າງທະເລເມດີເຕເຣນຽນ ກັບທະເລແດງ ເຊິ່ງປະມານ 14% ຂອງການຂົນສົ່ງສິນຄ້າທາງທະເລຈະຜ່ານຄອງແຫ່ງນີ້.