ພົບສານປົນເປື້ອນໃນ ສາຫຼ່າຍທະເລປຸງລົດ ຈະກິນເບິ່ງໃຫ້ດີເດີ້ທຸກຄົນ

59

ການບໍລິໂພກສິນຄ້າຕ້ອງມີສະຕິ ເພາະຄຳວ່າອາຫານແລ້ວ ແມ່ນເປັນສິ່ງທີ່ເຮົາບໍລິໂພກເຂົ້າຮ່າງກາຍ ແທນທີ່ຈະໄດ້ຜົນປະໂຫຍດ ແຕ່ກັບເປັນໂທດຕໍ່ຮ່າງກາຍ ຄວນເບິ່ງວັນເວລາການຜະລິດ, ການໝົດອາຍຸ ແລະ ລວມໄປເຖິງສິນຄ້າທີ່ເຊື່ອຖືໄດ້ນຳອີກ.

ຈາກທີ່ກະຊວງສາທາລະນະສຸກ ກໍ່ຄືກົມອາຫານ ແລະ ຢາ ໄດ້ອອກໜັງສືແຈ້ງການເລກທີ 5273/ກອປ ລົງວັນທີ 27 ເມສາ 2022 ເລື່ອງ: ຫ້າມບໍລິໂພກ ແລະ ຈໍາຫນ່າຍ ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ້ງເດີມ ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາຫມີແພນດ້າ).

ໂດຍທາງ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ້ງເດີມ (ກາຫມີແພນດ້າ) ເລກ ອຢ 10-1-04153-1-0054 ວັນທີຜະລິດ 29/11/2021 ວັນ ຫມົດອາຍຸ 29/11/2022 ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາຫມີແພນດ້າ) ເລກ ອ.ຢ 10-1-04153-1-0055 ວັນທີຜະລິດ 18/11/2021 ວັນຫມົດອາຍຸ 18/11/2022, ໄດ້ກວດພົບວ່າຜະລິດຕະພັນດັ່ງກ່າວມີການປົນເປື້ອນ ເຊື້ອຈຸລິນຊີ Bacillus cereus ເກີນມາດຕະຖານກໍານົດ ຊຶ່ງສາມາດເຮັດໃຫ້ເກີດພະຍາດຖອກທ້ອງ, ອາຫານເປັນພິດ ແລະ ມີ ຄວາມອັນຕະລາຍຕໍ່ສຸຂະພາບ.

ກົມອາຫານ ແລະ ຢາ ຈື່ງແຈ້ງມາຍັງທ່ານ ຫ້າມບໍລິໂພກ, ຈໍາຫນ່າຍ ແລະ ນໍາເຂົ້າ ຜະລິດຕະພັນດັ່ງກ່າວຕາມທີ່ ໄດ້ກ່າວໄວ້ຂ້າງເທິງນີ້, ຖ້າຫາກເຈົ້າຫນ້າທີ່ອາຫານ ແລະ ຢາພົບເຫັນ ແມ່ນໃຫ້ໄດ້ອາຍັດ, ຢຶດ, ທໍາລາຍ ແລະ ປະຕິບັດມາດ ຕະການ ຕາມລະບຽບການທີ່ໄດ້ກໍານົດໃນລະບຽບກົດຫມາຍ.
ຮູບພາບປະກອບຈາກເນັດ