ອຸຸຕຸເຕືອນເຝົ້າລະວັງຝົນຕົກ, ຟ້າຮ້ອງ, ລົມພັດແຮງໄລຍະ 6-8 ພຶດສະພານີ້

169

ໄລຍະວັນທີ 6-8 ພຶດສະພານີ້ ອຸຕຸມີຄຳເຕືອນໃຫ້ເຝົ້າລະວັງຝົນຕົກປານກາງ ຫາ ຕົກໜັກ, ຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ເນື່ອງຈາກສອງກະແສລົມ ລົມຕາເວັນຕົກ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0509/ກອຕທ, ລົງວັນທີ 3 ພຶດສະພາ 2022 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 2 ຫາ 8 ພຶດສະພາ 2022 ວ່າ: ໃນໄລຍະວັນທີ 2 ຫາ 5 ພຶດສະພານີ້ ມວນອາກາດເຢັນທີ່ປະເທດຈີນ ຈະມີກຳລັງອ່ອນ ຫາ ປານກາງແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດອຸນຫະພູມອາກາດຫຼຸດລົງເລັກນ້ອຍ ແລະ ໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນແຂວງພາກໃຕ້.

ຈາກນັ້ນວັນທີ 6 ຫາ 8 ພຶດສະພາ 2022 ຄວາມກົດດັນອາກາດສູງຂອງອາກາດເຢັນຈະອ່ອນກໍາລັງລົງປົກຄຸມຢູ່ທຸກພາກຂອງປະເທດລາວ,ສອງກະແສລົມຕາເວັນຕົກ ແລະ ລົມເວັນຕາເວັນອອກສ່ຽງໃຕ້ ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈິ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ – ຟ້າເຫຼື້ອມ ແລະ ຟ້າຜ່າ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພໄດ້ໃນໄລຍະນີ້.