ນາງສາວລາວ 2021 ນຸ້ນ ທິດາຈັນ ວິສີສົມບັດ ອວຍພອນວັນກໍາມະກອນສາກົນ ຄົບຮອບ 136ປີ

171

ເນື່ອງໃນໂອກາດ ວັນກໍາມະກອນສາກົນ ຄົບຮອບ 136 ປີ 1 ພຶດສະພາ 1886 – 1 ພຶດສະພາ 2022 ທີມຂ່າວບັນເທີງໄດ້ມີໂອກາດສໍາພາດ ນາງສາວລາວ 2021 ນຸ້ນ ທິດາຈັນ ວິສີສົມບັດ ສາວທີ່ພຽບພ້ອມທັງຄວາມງາມ ແລະ ຄວາມສາມາດ ນອກຈາກເປັນນາງງາມ, ນາງແບບແລ້ວ ສາວງາມຄົນນີ້ຍັງເປັນນັກກວດສອບບັນຊີພາຍນອກ ເຮັດວຽກໃຫ້ກັບ ບໍລິສັດ External &Young Laos ເຊິ່ງເປັນໜຶ່ງໃນ4 ບໍລິສັດຍັກໃຫຍ່ທາງດ້ານການກວດສອບ.

ນຸ້ນ ໄດ້ໃຫ້ສໍາພາດວ່າ:  ສຳລັບນ້ອງເອງການປະກອບອາຊີບທີ່ຢູ່ໃນສາຍບັນເທີງ ເຊັ່ນ: ນາງງາມ ຫຼື ນາງແບບ ເປັນວຽກທີ່ມີ ຄວາມທ້າທາຍ, ມີພັນທະທີ່ເຮົາຕ້ອງປະຕິບັດ ເພື່ອເປັນແບບຢ່າງ ແລະ ມີຄວາມຮັບຜິດຊອບຫຼາຍ ເພາະເຮົາກາຍເປັນຕົວແທນຂອງປະຊາຊົນ ທີ່ສາມາດເປັນກະບອກສຽງໃນການຊ່ວຍເຫຼືອສັງຄົມໄດ້. ນອກຈາກນີ້, ຍັງເປັນອາຊີບທີ່ເປີດໂອກາດໃຫ້ຕົວນ້ອງເອງໄດ້ຮູ້ຈັກຜູ້ຄົນໃນສັງຄົມທີ່ເກັ່ງ ແລະ ມີຄວາມສາມາດທີ່ເຮົາສາມາດນຳມາເປັນແບບຢ່າງທີ່ດີໄດ້ໃນການພັດທະນາຕົນເອງ ພ້ອມຍັງສາມາດສ້າງລາຍຮັບເພີ່ມໃຫ້ເຮົາສາມາດລ້ຽງດູຕົວເອງ ແລະ ຄອບຄົວໄດ້ ຈາກການໄປຖ່າຍໂຄສະນາ, ເປັນພຣີເຊັນເຕີແບຣນສິນຄ້າຕ່າງໆ ຖືໄດ້ວ່ານ້ອງເອງໄດ້ຮຽນຮູ້ປະສົບການໃໝ່ໆຫຼາຍຢ່າງຈາກສາຍອາຊີບນີ້.

ສໍາລັບອາຊີບການເປັນນາງງາມ ເປັນນັກສະແດງ ແລະ ອາຊີບອື່ນ ນຸ້ນຄິດວ່າທຸກໆອາຊີບແມ່ນມີຄວາມໂດດເດັ່ນ ແລະ ໜ້າທີ່ຮັບຜິດຊອບແຕກຕ່າງ ເຊັ່ນກັນກັບການເປັນນາງງາມ ແມ່ນເຮົາເປັນຕົວແທນຂອງແມ່ຍິງລາວ ໃນການສະແດງເຖິງຄວາມສາມາດ ແລະ ທັດສະນະຄະຕິຂອງແມ່ຍິງລາວຍຸກໃໝ່ທີ່ພ້ອມຈະຊ່ວຍເຫຼືອ ແລະ ເປັນແບບຢ່າງທີ່ດີແກ່ສັງຄົມໄດ້. ສຳລັບຕົວນ້ອງເອງໃນປັດຈຸບັນນີ້ ກໍເຮັດວຽກ 2 ຢ່າງຄວບຄູ່ກັນໄປ ກໍຄື: ເຮັດວຽກນຳບໍລິສັດແຫ່ງໜຶ່ງທີ່ປະຈຳການຢູ່ ແລະ ວຽກສາຍວົງການບັນເທີງ ກໍຄື ນາງງາມ ເຊິ່ງວຽກທັງສອງແມ່ນມີຄວາມແຕກຕ່າງກັນຢ່າງຊັດເຈນ ແຕ່ກໍລົງຕົວໃນເວລາດຽວກັນ ເນື່ອງຈາກໃຈເຮົາທີ່ມັກຮັກຕໍ່ກັບທັງ 2 ອາຊີບ.

ເນື່ອງໃນວັນ “ ກຳມະກອນສາກົນ ” ທີ 1 ພຶດສະພາ ໄດ້ວຽນມາຄົບຮອບ 136 ປີ ຂ້າພະເຈົ້າ ທິດາຈັນ ວິສີສົມບັດ ນາງສາວລາວ2021 ຂໍສົ່ງມອບຄວາມຮັກ ແລະ ຄວາມປາຖະໜາດີມາຍັງອົງການຈັດຕັ້ງ, ການນຳພັກ – ລັດ, ປະຊາຊົນລາວຊາວຜູ້ອອກແຮງງານ ແລະ ເອື້ອຍອ້າຍນ້ອງຊາວກຳມະກອນທຸກໆທ່ານ ຂໍອວຍພອນໄຊອັນປະເສີດໃຫ້ທຸກໆທ່ານ ພ້ອມດ້ວຍຄອບຄົວ ຈົ່ງພົບແຕ່ຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ, ປອດໄພຈາກໄພອັນຕະລາຍທັງປວງ ແລະ ມີຄວາມເຂັ້ມແຂງທາງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ ເພື່ອເປັນກຳລັງແຮງອັນສຳຄັນໃນການພັດທະນາເສດຖະກິດຂອງປະເທດຊາດໃຫ້ມີຄວາມກ້າວໜ້າຢ່າງໝັ້ນຄົງ ແລະ ຍືນຍົງຕະຫຼອດໄປ.

ສຸດທ້າຍນີ້, ຂໍຝາກທຸກໆທ່ານ ຕິດຕາມຜົນງານການເຄື່ອນໄຫວຂອງນຸ້ນເອງ ນາງສາວລາວປີ2021 ໃນການດຳເນີນການເຄື່ອນໄຫວກິດຈະກຳຕ່າງໆໃນນາມນາງສາວລາວ ແລະ ໃນເວລາອັນໃກ້ນີ້ ພວກເຮົາທຸກໆນ້ອງນາງສາວແມ່ນຈະໄດ້ມີໂຄງການເປັນຂອງຕົນເອງໃນການຊ່ວຍເຫຼືອ, ປຸກລະດົມ ແລະ ສ້າງປະໂຫຍດໃຫ້ແກ່ສັງຄົມ ບໍ່ວ່າຈະເປັນ: ການສຶກສາ, ການແພດ, ກະສິກຳ ແລະ ໂຄງການອື່ນໆ. ສາມາດຕິດຕາມຜົນງານຫຼັກໆຜ່ານທາງ Facebook: N’noon thidachanh, Instagram: Noon_thidachanh ແລະ Page: MissLaos ນາງສາວລາວ.

ຮູບ: N’noon thidachanh ]