ເສດຖະກິດອາເມຣິກາ ຫົດຕົວ 1,4% ໃນໄຕມາດ 1 ຂອງປີນີ້

42

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງການຄ້າສະຫະລັດອາເມຣິກາ ເປີດເຜີຍໃນວັນທີ 29 ເມສາ 2022 ວ່າ ເສດຖະກິດສະຫະລັດຫົດຕົວ 1,4% ໃນໄຕມາດທຳອິດຂອງປີ 2022 ເຊິ່ງກົງກັນຂ້າມກັບຄາດການຂອງນັກວິເຄາະທີ່ຄາດວ່າຈະຂະຫຍາຍຕົວ 1,1%.

May be an image of 1 person and food

ທັງນີ້, ໃນໄຕມາດ 1 ຂອງປີ 2021 ເສດຖະກິດສະຫະລັດຂະຫຍາຍຕົວ 6,3%, ໄຕມາດ 2 ຂະຫຍາຍຕົວ 6,7% ກ່ອນຈະຂະຫຍາຍຕົວຊ້າລົງໃນໄຕມາດ 3 ຢູ່ທີ່ 2,3% ເນື່ອງຈາກຂາດແຄນວັດຖຸດິບໃນພາກການຜະລິດ ສົ່ງຜົນກະທົບຕ່ອງໂສ້ອຸປະທານ ແລະ ການໃຊ້ຈ່າຍຂອງຜູ້ບໍລິໂພກ, ແຕ່ໄຕມາດສຸດທ້າຍຂອງປີ 2021 ກັບມາຂະຫຍາຍຕົວ 6,9% ແລະ ເມື່ອພິຈາລະນາໝົດປີ 2021 ເສດຖະກິດສະຫະລັດຂະຫຍາຍຕົວ 5,7% ນັບເປັນຕົວເລກສູງທີ່ສຸດໃນຮອບເກືອບ 40 ປີ.

ທະນາຄານ Deutsche Bank ຂອງສະຫະລັດ ຄາດການວ່າເສດຖະກິດສະຫະລັດ ມີໂອກາດສູງທີ່ຈະປະເຊີນກັບສະພາວະທົດຖອຍໃນທ້າຍປີ 2023 ແລະ ຕົ້ນປີ 2024 ເນື່ອງຈາກໄດ້ຮັບຜົນກະທົບຈາກການທີ່ທະນາຄານກາງສະຫະລັດ ( ເຟດ ) ປັບຂຶ້ນອັດຕາດອກເບ້ຍໄວກວ່າກຳນົດ ເພື່ອຄວບຄຸມອັດຕາເງິນເຟີ້.

No photo description available.

ໃນຂະນະທີ່ລາຄາສິນຄ້າ ແລະ ບໍລິການໃນສະຫະລັດເພີ່ມຂຶ້ນສູງເຖິງ 8,5% ເປັນການເພີ່ມຂຶ້ນສູງສຸດໃນຮອບ 40 ປີ ໄດ້ສ້າງແຮງກົດດັນໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນນັບມື້ ໂດຍ Deutsche Bank ຊີ້ວ່າ ການຄວບຄຸມອັດຕາເງິນເຟີ້ຕ້ອງໃຊ້ເວລາພໍສົມຄວນ ຈຶ່ງສາມາດຫຼຸດລົງຕາມເປົ້າໝາຍ ແຕ່ ເຟດ ເລັ່ງປັບຂຶ້ນອັດຕາດອກເບ້ຍໄວກວ່າກຳນົດ ຈຶ່ງສົ່ງຜົນກະທົບຕໍ່ເສດຖະກິດຂອງສະຫະລັດ.