ລາວລີກ 1 ອາທິດນີ້ເລື່ອນ 2 ຄູ່, ຍັງແຂ່ງປົກກະຕິ 1 ຄູ່ ກອງທັບ ພົບ ຫຼວງພະບາງ

132

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ອາທິດນີ້ຈະເປັນການແຂ່ງຂັນອາທິດທີ 6 ແຕ່ມີການເລື່ອນແຂ່ງຂັນເຖິງ 2 ຄູ່, ແຕ່ກໍຍັງມີ 1 ຄູ່ຍັງແຂ່ງຂັນປົກກະຕິກໍຄື ກອງທັບ ເອັຟຊີ ຈະເປີດບ້ານຮັບການມາຢາມຂອງ ຫຼວງພະບາງ ເປັນຄັ້ງທໍາອິດ ທີ່ແຂ່ງຂັນທີ່ສະໜາມກີລາກອງທັບ ເວລາ 16:00 ໂມງຂອງວັນເສົາທີ 30 ເມສາ 2022.

ສ່ວນອີກ 2 ຄູ່ທີ່ເລື່ອນການແຂ່ງຂັນອອກໄປປະກອບມີຄູ່ລະຫວ່າງ ເອສະຣາ ເອັຟຊີ ເປີດບ້ານຮັບການມາຢາມຂອງ ຈໍາປາສັກ ເອັຟຊີ ແລະ ອີກຄູ່ໜຶ່ງແມ່ນ ວຽງຈັນ ເອັຟຊີ ເປີດບ້ານຮັບການມາຢາມຂອງ ມາສເຕີ 7 ເອັຟຊີ ໂດຍປົກກະຕິຈະແຂ່ງຂັນໃນວັນທີ 1 ພຶດສະພາ 2022 ແຕ່ເນື່ອງຈາກມີນັກກີລາ ແລະ ຄູຝຶກ ໄປຮັບໃຊ້ຊາດ ກຽມເຂົ້າຮ່ວມງານມະຫະກຳກິລາຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ ຈິ່ງຕ້ອງເລື່ອນການແຂ່ງຂັນອອກໄປ.

ສໍາລັບ ຕາຕະລາງຄະແນນລວມປັດຈຸບັນທີມນໍາຍັງເປັນຂອງ ຊ້າງນ້ອຍ ເອັຟຊີ ມີ 13 ຄະແນນຈາກ 5 ນັດ, ອັນດັບ 2 ມາສເຕີ 7 ເອັຟຊີ ມີ 10 ຄະແນນຈາກ 5 ນັດ, ອັນດັບ 3 ກອງທັບ ເອັຟຊີ ມີ 4 ຄະແນນຈາກ 4 ນັດເທົ່າກັບ ອັນດັບ 4 ວຽງຈັນ ເອັຟຊີ ແລະ ອັນດັບ 5 ເອສະຣາ ເອັຟຊີ, ສ່ວນ ອັນດັບ 6 ຫຼວງພະບາງ ມີ 3 ຄະແນນຈາກ 3 ນັດ ແລະ ອັນດັບ 7 ຈໍາປາສັກ ເອັຟຊີ ມີ 1 ຄະແນນຈາກ 3 ນັດ.
ຂ່າວ: ຫຼ້າ MKP