ຊຳຊຸງ ມີກຳໄລເພີ່ມຂຶ້ນກວ່າ 58% ໃນໄຕມາດທຳອິດຂອງປີນີ້

136

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດ ຊຳຊຸງເອເລັກໂຕຣນິກ ເຊິ່ງເປັນບໍລິສັດເຕັກໂນໂລຊີລາຍໃຫຍ່ ຂອງສາທາລະນະລັດເກົາຫຼີ ໄດ້ເປີດເຜີຍຜົນກຳໄລໃນວັນທີ 28 ເມສາ 2022 ວ່າ:

ໃນໄຕມາດທຳອິດຂອງປີນີ້ ບໍລິສັດມີກຳໄລສຸດທິ ປະມານ 8.900 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 58,57% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍໄດ້ແຮງຍູ້ຈາກ ຄວາມຕ້ອງການ ເຊມີຄອນດັດເຕີ ( ຊິບ ) ເພີ່ມຂຶ້ນ ບວກກັບຍອດຂາຍສະມາດໂຟນກໍເພີ່ມຂຶ້ນ.


ລາຍງານລະບຸວ່າ: ບໍລິສັດຊຳຊຸງ ເຊິ່ງເປັນຜູ້ຜະລິດຊິບລາຍໃຫຍ່ຂອງໂລກ ໄດ້ກຳໄລຈາກການຂາຍຊິບ ເນື່ອງຈາກໄລຍະຜ່ານມາ ທົ່ວໂລກປະເຊີນກັບການຂາດແຄນຊິບ ບວກກັບການຢຸດສະງັກຂອງຕ່ອງໂສ້ອຸປະທານໃນໄລຍະເກີດການລະບາດຂອງພະຍາດໂຄວິດ – 19 ສົ່ງຜົນໃຫ້ລາຄາຊິບໃນຕະຫຼາດໂລກເພີ່ມສູງຂຶ້ນ ໄດ້ສົ່ງຜົນດີຕໍ່ບໍລິສັດຜູ້ຜະລິດຊິບຢ່າງຊຳຊຸງ. ໃນຂະນະດຽວກັນຍອດຂາຍສະມາດໂຟນຂອງບໍລິສັດກໍເພີ່ມຂຶ້ນ.