ອິນໂດເນເຊຍ ຫ້າມສົ່ງອອກຜະລິດຕະພັນນ້ຳມັນປາມທຸກຊະນິດ

116

ລັດຖະບານອິນໂດເນເຊຍ ໄດ້ປະກາດຫ້າມສົ່ງອອກນ້ຳມັນປາມທຸກຊະນິດ ເລີ່ມແຕ່ວັນທີ 28 ເມສາ 2022 ເປັນຕົ້ນໄປ ເພື່ອປຸງແຕ່ງອາຫານໃນອິນໂດເນເຊຍ ຫຼຸດລົງຕາມເປົ້າໝາຍທີ່ຕັ້ງໄວ້ ຄື 14.000 ຣູເປຍຕໍ່ລິດ ( ສະກຸນເງິນອິນໂດເນເຊຍ ).

ທ່ານ ແອລັງໂກ ຮາຣ໌ຕາຣ໌ໂຕ ລັດຖະມົນຕີປະສານງານດ້ານເສດຖະກິດຂອງອິນໂດເນເຊຍ ເປີດເຜີຍວ່າ ລັດຖະບານອິນໂດເນເຊຍ ໄດ້ປະກາດຫ້າມສົ່ງອອກຜະລິດຕະພັນນ້ຳມັນປາມທຸກປະເພດ ປະກອບມີ: ນ້ຳມັນປາມດິບ ( COP ), ນ້ຳມັນປາມບໍລິສຸດ ( RPO ), ນ້ຳມັນປາມໂອເລອິນ (RBD), ນ້ຳມັນທີ່ເສດເຫຼືອຈາກຂະບວນການຜະລິດນ້ຳມັນປາມ ( POME ) ແລະ ນ້ຳມັນປຸງແຕ່ງອາຫານທີ່ໃຊ້ແລ້ວ ໂດຍເບື້ອງຕົ້ນ ອິນໂດເນເຊຍ ໄດ້ສັ່ງຫ້າມສົ່ງອອກພຽງນ້ຳມັນປາມໂອເລອິນ ເຊິ່ງນ້ຳມັນດັ່ງກ່າວໄດ້ມາຈາກການນຳນ້ຳມັນປາມບໍລິສຸດ ມາຜ່ານຂະບວນການຟອກສີ, ກຳຈັດກິ່ນ ແລະ ຫຼຸດກົດໄຂມັນອິດສະຫຼະລົງ.

ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານມີຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນ ໂດຍຈະແກ້ໄຂບັນຫາລາຄາອາຫານແພງຫຼາຍກວ່າທີ່ຈະເປັນຫ່ວງວ່າ ລັດຖະບານຈະຂາດລາຍໄດ້ ໂດຍທັນທີທີ່ລາຄານ້ຳມັນປາມຢູ່ພາຍໃນປະເທດໄດ້ຮັບການແກ້ໄຂ, ລັດຖະບານຈະຍົກເລີກຄຳສັ່ງຫ້າມສົ່ງອອກທັນທີ ເພາະຮູ້ດີວ່າປະເທດຊາດຕ້ອງການລາຍໄດ້ຈາກການສົ່ງອອກຜະລິດຕະພັນນ້ຳມັນປາມ, ຕ້ອງການເງິນຕາຕ່າງປະເທດ ແລະ ຕ້ອງການເກີນດຸນການຄ້າກັບຕ່າງປະເທດ ແຕ່ການແກ້ໄຂຄວາມເດືອດຮ້ອນຂອງປະຊາຊົນຕ້ອງມາກ່ອນສິ່ງເຫຼົ່ານີ້.

ທັງນີ້, ອິນໂດເນເຊຍ ເປັນຜູ້ຜະລິດ ແລະ ສົ່ງອອກນໍ້າມັນປາມລາຍໃຫຍ່ທີ່ສຸດຂອງໂລກ ໂດຍກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງປະລິມານຄວາມຕ້ອງການຂອງຕະຫຼາດໂລກ. ມາດຕະການຫ້າມສົ່ງອອກນ້ຳມັນປາມຂອງອິນໂດເນເຊຍ ຈະເຮັດໃຫ້ລາຄານ້ຳມັນພືດໃນຕະຫຼາດໂລກປັບຂຶ້ນ, ສ້າງແຮງກົດດັນໃຫ້ລາຄາອາຫານເພີ່ມຂຶ້ນອີກ.