ຫົວໜ້າຄູຝຶກ ຊ້າງນ້ອຍ ຊີ້ການທີ່ທີມຖືກ ມາສເຕີ 7 ຕີສະເໝີໃນໄລຍະຕໍ່ເວລາ ຍ້ອນລູກທີມປະໝາດ

66

ທ່ານ SATYASAGARA ຫົວໜ້າຄູຝຶືກຊາວສິງກະໂປຂອງ ຊ້າງນ້ອຍ ເອັຟຊີ ອອກມາໃຫ້ສໍາພາດເຖິງປະເດັນທີ່ ຊ້າງນ້ອຍ ເອັຟຊີ ຖືກ ມາສເຕີ 7 ເອັຟຊີ ຕີສະເໝີໃນໄລຍະຕໍ່ເວລາບາດເຈັບ 45+3 ແລະ 90+4 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ຍ້ອນລູກທີມປະໝາດ ທັງທີ່ໄດ້ປຽບນໍາຢູ່ ແລະ ຜູ້ຫຼິ້ນຫຼາຍກວ່າ, ແຕ່ກໍຈະເປັນບົດຮຽນໃຫ້ທີມຕໍ່ໄປ.

ຖືເປັນນັດທີ່ເຈັບໃຈສໍາລັບ ຊ້າງນ້ອຍ ເອັຟຊີ ທັງທີ່ຂຶ້ນນໍາກ່ອນ 2 ຄັ້ງ 2 ຫົນ, ແຕ່ກໍຖືກ ມາສເຕີ 7 ເອັຟຊີ ໄລ່ຕີສະເໝີ ໄດ້ 2 ຄັ້ງ ເຊິ່ງ 2 ປະຕູທີ່ ມາສເຕີ 7 ເອັຟຊີ ເກີດຂຶ້ນໃນໄລຍະຕໍ່ເວລາບາດເຈັບເຄິ່ງເວລາທໍາອິດ ນາທີໆ 45+3 ແລະ ເຄິ່ງເວລາທີ 2 ນາທີໆ 90+3 ໂດຍສະເພາະການເສຍປະຕູທີ 2 ເສຍໃນໄລຍະທ້າຍເກມທັງທີ່ ມາສເຕີ 7 ເອັຟຊີ ເຫຼືອຜູ້ຫຼິ້ນໜ້ອຍກວ່າ 1 ຄົນ ຫຼັງຈາກທີ່ ສາຍຊົນ ຂຸນສໍານານ ກອງຫຼັງດຖືກບັດແດງແຕ່ນາທີໆ 81.

ຫຼັງຈົບການແຂ່ງຂັນ ທ່ານ SATYASAGARA ຫົວໜ້າຄູຝຶກ ຊ້າງນ້ອຍ ເອັຟຊີ ໃຫ້ສໍາພາດກັບສື່ມວນຊົນລາວວ່າ: ດັ່ງທີ່ຮູ້ທຸກທີມໃນລາວລີກ 1 ປີນີ້ ເປັນທີມທີ່ແຂງແກ່ນ ເຖິງວ່າພວກເຮົາຈະຖືກຍົກໃຫ້ເປັນເຕັງແຊັມ ແຕ່ພວກເຮົາກໍປະໝາດບໍ່ໄດ້ ຄືກັບນັດໃນມື້ນີ້ທີມເສຍປະຕູໃນທ້າຍເກມ ເຊິ່ງໃນເບື້ອງຕົ້ນແມ່ນພວກເຮົາຫຼິ້ນໄດ້ຕາມແຜນ, ແຕ່ເກມມາປ່ຽນຕອນທີ່ ມາສເຕີ 7 ເອັຟຊີ ເຫຼືອ 10 ຄົນ ອາດເຮັດໃຫ້ນັກເຕະພວກເຮົາປະໝາດຫຼາຍເກີນໄປ ເຮັດໃຫ້ໃນໄລຍະ 10 ນາທີໆສຸດທ້າຍເປັນນໍາທີມພວກເຮົາເອງ ແລະ ບາງຈັງຫວະພວກເຮົາກໍບໍ່ເປີດເກມສວນທັງທີ່ມີໂອກາດ ກ່ອນຈະຖືກລົງໂທດດ້ວຍການເສຍປະຕູທ້າຍໆເກມຊໍ້າ.

“ ຄວາມຫວັງຂອງພວກເຮົາກໍຢາກໄດ້ແຊັມ ແຕ່ຢ່າລືມວ່າ ມາສເຕີ 7 ເອັຟຊີ ເປັນຄູ່ແຂ່ງທີ່ແຂງແກ່ນ ແລະ ຕາມຫຼັງພວກເຮົາພຽງ 3 ຄະແນນ. ດັ່ງນັ້ນພວກເຮົາຕ້ອງເບິ່ງນັດຕໍ່ໄປເລື້ອຍໆ ເພາະທຸກໆນັດສໍາລັບພວກເຮົາແມ່ນປຽບເໝືອນກັບນັດຊີງຊະນະເລີດ ແນ່ນອນເກມກິລາເປັນສິ່ງທີ່ສວຍງາມ ສະເໝີ ແຕ່ນັດນີ້ຈະເປັນບົດຮຽນໃຫ້ກັບ ນັກເຕະຂອງ ຊ້າງນ້ອຍ ເອັຟຊີ ແລະ ພວກເຮົາທຸກຄົນ ທີ່ມາເສຍໃນທ້າຍເກມ ແນ່ນອນນັດນີ້ເຖິງຈະສະເໝີ ແຕ່ກໍປຽບເໝືອນກັບເປັນນັດທີ່ເສຍສໍາລັບພວກເຮົາ ກົງກັນຂ້າມ ມາສເຕີ 7 ເອັຟຊີ ນັດນີ້ປຽບເໝືອນກັບນັດທີ່ມີໄຊຊະນະຂອງພວກເຮົາ ” ຫົວໜ້າຄູຝຶກ ຊ້າງນ້ອຍ ເອັຟຊີ.

ສໍາລັບ ຊ້າງນ້ອຍ ເອັຟຊີ ປັດຈຸບັນມີ 13 ຄະແນນຈາກ 5 ນັດຢຶດທີມນໍາຕໍ່ໄປ, ສ່ວນ ມາສເຕີ 7 ເອັຟຊີ ເກັບເພີ່ມເປັນ 10 ຄະແນນຈາກ 5 ນັດຢູ່ອັນດັບທີ 2 ຂອງຕາຕະລາງຄະແນນລວມ, ອັນດັບ 3 ຍັງເປັນ ກອງທັບ ເອັຟຊີ ມີ 4 ຄະແນນເທົ່າກັບ ອັນດັບ 4 ວຽງຈັນ ເອັຟຊີ ແລະ ອັນດັບ 5 ເອສະຣາ ເອັຟຊີ, ສ່ວນ ອັນດັບ 6 ຫຼວງພະບາງ ມີ 3 ຄະແນນ ແລະ ອັນດັບ 7 ຈໍາປາສັກ ເອັຟຊີ ມີ 1 ຄະແນນ.
ຂ່າວ: ຫຼ້າ MKP; ຮູບຈາກ: ສອນໄຊ