ກອງປະຊຸມລັດຖະບານ ສະ ໄໝສາມັນ ປະຈຳເດືອນເມສາ ໄດ້ເຫັນດີດ້ານຫຼັກການໃຫ້ມີ ການປັບຄ່າແຮງຂັ້ນຕ່ຳ ໃໝ່,

348

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ. ໄດ້ຖະແຫລງຂ່າວ ກ່ຽວກັບຜົນຂອງກອງປະຊຸມ ລັດຖະບານ ສະໄຫມສາມັນ ປະຈຳເດືອນເມສາ 2022
ວັນທີ 27 ເມສາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີວ່າ: ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ແລະ ປິດລົງ ໃນຕອນແລງ ຂອງວັນທີ 27 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະ ຊວງ ເຂົ້າຮ່ວມ ຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ ທີ່ສໍາຄັນ ໃນການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:
1. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ເດືອນເມສາ ແລະ ຮັບຮອງເອົາແຜນ ການຈັດຕັ້ງປະຕິບັດວຽກ ງານຈຸດສຸມ ເດືອນພຶດສະພາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ນໍາໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຜົນສຳເລັດທີ່ສາມາດປະ ຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂ, ລວມທັງວຽກຈຸດສຸມສຳລັບເດືອນຕໍ່ໄປ ເພື່ອເຮັດໃຫ້ບົດສະຫຼຸບ ມີເນື້ອໃນຄົບຖ້ວນ, ສົມບູນ ຂຶ້ນຕື່ມ ແລະ ໃຫ້ກຳນົດເຂົ້າ ໃນມະຕິກອງປະຊຸມລັດ ຖະບານ ປະຈຳເດືອນເມສາ 2022 ເພື່ອເປັນບ່ອນອີງ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນຳໄປຈັດຕັ້ງຜັນຂະຫຍາຍ.
ພ້ອມກັນນີ້ ໄດ້ຊີ້ນຳໃຫ້ບັນດາກະຊວງ, ອົງການ ສືບຕໍ່ເປັນເຈົ້າການໃນການແກ້ໄຂບັນຫາ ຕາມສິດຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນການປະຕິບັດວຽກງານໃຫ້ສຳເລັດຕາມແຜນທີ່ວາງໄວ້.


2. ກອງປະຊຸມເຫັນດີດ້ານຫຼັກ ການ ຮັບຮອງຮ່າງບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ໝົດປີ 2021 ໂດຍມອບໃຫ້ກະ ຊວງແຜນການ ແລະ ການລົງທຶນ ນຳໄປປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະ ບານ ໂດຍສະເພາະ ໂຄງຮ່າງບົດສະຫຼຸບ, ປັບປຸງເນື້ອໃນໃຫ້ມີຄວາມໜັກແໜ້ນ, ຄົບຖ້ວນ, ຊັດເຈນ ໂດຍສະເພາະ ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP), ສາເຫດທີ່ແທ້ຈິງ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນ ມີຜົນສຳ ເລັດ, ລື່ນຄາດໝາຍ ຫຼື ບໍ່ບັນລຸຕາມຄາດໝາຍ ທີ່ສະພາແຫ່ງ ຊາດ ໄດ້ຮັບຮອງ.
3. ກອງປະຊຸມເຫັນດີດ້ານຫຼັກ ການ ຮັບຮອງເອົາຮ່າງນະໂຍບາຍລາຄານໍ້າປະປາ ແຫ່ງ ສປປ ລາວ (ສະບັບປັບປຸງ),ມອບໃຫ້ກະຊວງ ໂຍທາທິການ ແລະ ຂົນສົ່ງ ສົມ ທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ໂຄງສ້າງລາຄາ ໃຫ້ສອດຄ່ອງຕາມແນວທາງ ແລະ ນະໂຍບາຍລວມຂອງ ພັກ-ລັດ, ຄຽງຄູ່ກັບການຮັບປະກັນໃຫ້ລັດວິສາຫະກິດນ້ຳປະປາລາວ ກໍຄືຜູ້ປະກອບການດ້ານນີ້ ສາມາດເຄື່ອນໄຫວກຸ້ມຕົນເອງໄດ້.
ພ້ອມກັນນີ້ ໃຫ້ຄົ້ນຄວ້າຕື່ມ ຄວນແມ່ນຂັ້ນໃດ ເປັນຜູ້ຮັບຮອງລາຄານຳ້ປະປາ.


4. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງຮ່າງດຳລັດ ຄື: (1) ຮ່າງດໍາລັດ ວ່າດ້ວຍການເຕົ້າໂຮມຊັບສິນ ທີ່ສານຕັດສິນ ຮິບເປັນຂອງລັດ ແລະ (2) ຮ່າງດຳລັດ ວ່າດ້ວຍກອງທຶນກິລາ- ກາຍຍະກຳ ແລະ ໄດ້ມອບໃຫ້ຄະນະຮັບຜິດຊອບ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງນິຕິກຳ, ການນຳໃຊ້ສັບພາສາ ໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບຕົວຈິງ, ເນື້ອໃນ ສອດຄ່ອງກັບບັນດາກົດໝາຍ ທີ່ໄດ້ປະກາດນຳໃຊ້ແລ້ວ ບົນພື້ນ ຖານຊຸກຍູ້ສົ່ງເສີມ ແລະ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ອັນຈຳເປັນ ຂອງວຽກ ງານ, ທັງໃຫ້ເນື້ອໃນມີຄວາມລະອຽດ, ຈະແຈ້ງ ຮັດກຸມ ແລະ ສົມບູນຂຶ້ນຕື່ມ.


5. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2021-2025 ແລະ ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກ ສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ນິຍາມເພີ່ມຕື່ມບາງຄຳສັບ, ຮູບແບບການຂຽນ, ການກຳນົດມາດຕະການ ແຕ່ລະໄລຍະ, ການຈັດລຽງບູລິມະສິດ ຂົງເຂດທີ່ຈະຊຸກຍູ້ສົ່ງເສີມ, ການກຳນົດຄາດ ໝາຍບາງດ້ານ ໃຫ້ມີຕົວຊີ້ວັດທີ່ຈະແຈ້ງ, ຈຳກັດໄດ້ຊ່ອງຫວ່າງ ການສວຍໂອກາດນຳໃຊ້ນະ ໂຍບາຍສົ່ງເສີມ ທີ່ບໍ່ຖືກເປົ້າໝາຍ, ເອົາໃຈໃສ່ ຂອດທີ່ຕິດພັນກັບການພັດທະນາ ໂດຍສະເພາະ ການສ້າງຈິດສຳນຶກແຕ່ຫົວທີ ດ້ານຄ່ານິຍົມ ໃຫ້ແກ່ສັງຄົມຕໍ່ອາຊີບ ແລະ ຂົງເຂດວຽກງານຕ່າງໆ. ທັງນີ້ ເພື່ອແນໃສ່ເຮັດໃຫ້ ວິສາຫະກິດທຸກລະດັບ ມີການເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ເຂັ້ມແຂງ ແລະ ຍືນຍົງ.

6. ກອງປະຊຸມ ໄດ້ ຮັບຟັງການ ລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ ແລະ ໄດ້ເຫັນດີ ດ້ານຫຼັກການໃຫ້ມີ ການປັບຄ່າແຮງຂັ້ນຕ່ຳ ໃໝ່, ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປຶກສາຫາລື ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ ທີ່ມີການໃຊ້ແຮງງານ ຈຳນວນຫຼວງຫຼາຍ ຕື່ມອີກ ກ່ຽວກັບ ອັດຕາຄ່າແຮງງານຂັ້ນຕ່ຳ ໃໝ່ ແລະ ກຳນົດເວລາເລີ່ມຕົ້ນຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກະພາບ, ຈາກນັ້ນ ນຳໄປລາຍງານໃນກອງປະຊຸມສູນກາງ ໃນເດືອນ ພຶດສະພາ 2022 ເພື່ອຂໍການຊີ້ນຳ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ ໃນຕໍ່ໜ້າ.

7. ກອງປະຊຸມໄດ້ຮັບຟັງການການລາຍງານ ກ່ຽວກັບການກະກຽມການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໄດ້ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານດັ່ງກ່າວ, ພ້ອມທັງ ຊີ້ນໍາໃຫ້ກະ ຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ: ແຕ່ງຕັ້ງບັນດາອະນຸກໍາມະການຮັບຜິດຊອບດ້ານຕ່າງໆ ແລ້ວມີການປຶກສາຫາລື ລົງເລິກກະ ກຽມບັນດາໜ້າວຽກ ລະອຽດຕົວຈິງຕື່ມອີກ, ມີການແບ່ງຄວາມຮັບຜິດຊອບຈະແຈ້ງ. ພ້ອມດຽວກັນນີ້, ກໍ່ໃຫ້ຖອດຖອນບົດຮຽນ ການເປັນປະທານອາຊຽນ ຂອງປະເທດເຮົາ ກໍ່ຄື ບັນດາປະເທດຕ່າງໆ ໃນຄັ້ງຜ່ານໆມາ.