ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາລາວ

257

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດພິທີລົງນາມ ແຜນການຊ່ວຍເຫຼືອ ທາງດ້ານເຕັກນິກ ສໍາລັບຜະລິດຕະພັນກະສິກໍາລາວ ລະຫວ່າງກົມສົ່ງເສີມການຄ້າ ກະຊວງ ອຄ ແລະ ບໍລິສັດ ອານຮຸຍອີ້ຊາງ ດິຈິຕອນ ເທັກໂນໂລຍີ ຈໍາກັດ ຂຶ້ນວັນທີ 25 ເມສາ 2022 ທີ່ກະຊວງ ອຄ ໂດຍການເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ, ທ່ານ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ທ່ານ ນາງ Ding Hele ຜູ້ອໍານວຍການພະແນກສາກົນຂອງບໍລິສັດ ອານຮຸຍອີ້ຊາງ ດິຈິຕອນ ເທັກໂນໂລຍີ ຈໍາກັດ ພ້ອມດ້ວຍູ້ຕ່າງໜ້າຈາກບັນດາກະຊວງກ່ຽວຂ້ອງ ແລະ ພາກທຸລະກິດເຂົ້າຮ່ວມ.

ທ່ານ ຄໍາແພງ ໄຊສົມແພງ ກ່າວວ່າ: ໂຄງການດັ່ງກ່າວ ແມ່ນເປັນໂຄງການໜຶ່ງ ທີ່ຢູ່ພາຍໃຕ້ກອບການຊ່ວຍເຫຼືອ ບ້ວງ 4 ຕື້ຢວນ ເຊິ່ງເປັນການຊ່ວຍເຫຼືອທີ່ ສະຫາຍ ສີຈິີ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄລຍະຢ້ຽມຢາມເປັນທາງການຢູ່ ສປປ ລາວ ໃນເດືອນ ພະຈິກ ປິ 2017 ແລະ ໄດ້ປະກາດວ່າ ຈະປະຕິບັດ 8 ໂຄງການຊ່ວຍເຫຼືອລ້າໃຫ້ແກ່ ສປປ ລາວ, ໃນ 8 ໂຄງການນີ້ ລວມມີໂຄງການກໍ່ສ້າງຊ່ວຍເຫຼືອລ້າລະບົບ e-commerce (ອີ-ຄອມເມີສ) ສໍາລັບຜະລິດຕະພັນກະສິກຳລາວ.

ຂ້າພະເຈົ້າ ຕີລາຄາສູງຕໍ່ການຊ່ວຍເຫຼືອນີ້ ເຫັນວ່າເປັນໂຄງການທີ່ມີຄວາມສຳຄັນບຸລິມະສິດ ຕໍ່ກັບການສົ່ງເສີມສິນຄ້າ ລາວ ສ້າງຄວາມອາດສາມາດໃນການເຂົ້າເຖິງຜູ້ຊື້ ແລະ ຕະຫຼາດ ພ້ອມດຽວກັນ ໃນເບື້ອງການສະໜອງ ແມ່ນສາມາດເຕົ້າໂຮມ ແລະ ເຊື່ອມລົງໄປເຖິງ ຜູ້ຜະລິດ ແລະ ຜູ້ຂາຍໂດຍກົງ. ແນ່ນອນວ່າ ລະບົບການຄ້າຜ່ານອີເລັກໂຕນິກທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ຈະເປັນໂຄງການລິເລີ່ມຮ່ວມກັນຂອງພາກລັດ ແລະ ເອກະຊົນເພື່ອຊ່ວຍພັດທະນາ, ຄຸ້ມຄອງ ການຄ້າຜະລິດຕະພັນກະສິກຳ ຂະຫຍາຍຕາໜ່າງການຄ້າກ້າວໄປເຖິງສ້າງມູນຄ່າການຄ້າສິນຄ້າລາວ ໃຫ້ນັບມື້ສູງຂຶ້ນ ປະກອບສ່ວນເຂົ້າໃນ ການຍົກສູງຄຸນນະພາບສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວກະສິກອນ ໃນຊົນນະບົດລາວ ປະຕິບັດນະໂຍບາຍແກ້ໄຂຄວາມທຸກຍາກ ໃຫ້ ສປປ ລາວ ສາມາດຫຼຸດຜົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2026 ຕາມຄາດໝາຍທີ່ວາງໄວ້.

ໂຄງການດັ່ງກ່າວນີ້ ໄດ້ເລີ່ມປະສານສົມທົບຮ່ວມກັບ ຈັດຕັ້ງປະຕິບັດບັດ ການກະກຽມນັບແຕ່ ການລົງນາມກຳນົດການຮ່ວມມືທາງດ້ານເສດຖະກິດເຕັກນິກ ໃນວັນທີ 30 ພຶດສະພາ 2018, ເຮັດການສຳຫຼວດເພື່ອກຳນົດເປັນໂຄງການໃນປີ 2019, ໄດ້ລົງນາມໃນສານແລກປ່ຽນ ແລະ ກຳນົດເປັນໂຄງການໃນວັນທີ 22 ເມສາ 2020, ພາຍຫຼັງໄດ້ຮັບແຈ້ງຊື່ບໍລິສັດຕົວແທນຂອງຝ່າຍຈີນ ຜູ້ຊ່ວຍສ້າງເວບໄຊ ທີ່ເປັນແພຣດຟອມນີ້, ບໍລິສັດດັ່ງກ່າວໄດ້ເຮັດວຽກຮ່ວມກັບກົມສົ່ງເສີມການຄ້າ ກະຊວງ ອຄ ຢ່າງໃກ້ຊິດ ໂດຍມີການຈັດປະຊຸມຢ່າງເປັນທາງການຮ່ວມກັນຫຼາຍກວ່າ 6 ຄັ້ງ ໃນປີ 2021-2022 ເພື່ອກຳນົດທຸກລາຍລະອຽດໃນການກໍ່ສ້າງເວບໄຊຈຳໜ່າຍສິນຄ້າກະສິກຳ ດັ່ງກ່າວ. ພິເສດ, ເພື່ອອຳນວຍຄວາມສະດວກໃຫ້ຜູ້ຜະລິດ ໂຄງການດັ່ງກ່າວຈະໄດ້ ສ້າງຈຸດບໍລິການ 20 ຈຸດທົ່ວປະເທດ ເພື່ອເຮັດໃຫ້ຜູ້ຜະລິດ ສາມາດເຂົ້າເຖິງການບໍລິການ ແລະ ສາມາດແຈ້ງສິນຄ້າທີ່ຕົນມີໃຫ້ກັບສູນ ເພື່ອເອົາເຂົ້າວາງຂາຍໃນເວັບໄຊ ອີຄອມເມີສ ຂອງໂຄງການ. ພ້ອມດຽວກັນ, ກໍຈະມີການຈັດຝຶກອົບຮົມໃຫ້ ຜູ້ຜະລິດ, ຜູ້ຂາຍ, ບັນດາຜູ້ສົນໃຈ ໃຫ້ຮູ້ນຳໃຊ້ເວັບໄຊທີ່ໂຄງການສ້າງຂຶ້ນ.

ເພື່ອເປັນຂໍ້ມູນໃຫ້ບັນດາທ່ານຮັບຊາບ, ມາຮອດ 3 ເດືອນຕົ້ນປີ 2022 ມູນຄ່າການຄ້າ ລາວຈີນມີມູນຄ່າລວມເຖິງ 800 ລ້ານ ໂດລາສະຫະລັດ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 19,9%. ໂຄງການດັ່ງກ່າວຈະເປັນການເພີ່ມທະວີການຮ່ວມມື ທາງດ້ານການຄ້າຂອງ ສປປ ລາວ ກັບ ສປ ຈີນ ເພື່ອຊຸກຍູ້ໃຫ້ ມູນຄ່າການຄ້າ ຂອງສອງປະເທດ ເພີ່ມຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ, ທັງເປັນໂອກາດ ເຮັດໃຫ້ລາວ ສາມາດສ້າງໂອກາດໃນການສົ່ງອອກສິນຄ້າກະສິກຳ ໂດຍສະເພາະແມ່ນໃນ 13 ພືດ ແລະ 1 ສັດໃຫຍ່ ທີ່ລັດຖະບານລາວ ໄດ້ຮັບການເປີດຕະຫຼາດຈາກ ສປ ຈີນແລ້ວ ຄືປະເພດ ເຂົ້າ, ສາລີແຂງ, ມັນຕົ້ນແຫ້ງ, ໝາກກ້ວຍ, ໝາກໂມ, ມັນດ້າງ, ໝາກນັອດ, ພືດຕະກຸນຖົ່ວ, ໝາກໄມ້ຕະກຸນໝາກກ້ຽງ ແລະ ລວມທັງສິນຄ້າກະສິກຳທ່າແຮງອຶ່ນໆ ທີ່ທາງວິຊາການຈະໄດ້ລົງສຳຫຼວດໃນບັນດາທ້ອງຖີ່ນ ທົ່ວປະເທດ ພາຍຫຼັງໄດ້ລິເລີ່ມໂຄງການນີ້.