ຮຸນໄດ ມີກຳໄລສູງສຸດໃນຮອບ 8 ປີ

244

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ເມສາຜ່ານມາວ່າ ບໍລິສັດ ຮຸນໄດ ມໍເຕີ ຜູ້ຜະລິດລົດລາຍໃຫຍ່ຂອງສາທາລະນະລັດເກົາຫຼີ ເປີດເຜີຍຜົນປະກອບການໄຕມາດ 1 ຂອງປີ 2022 ລະບຸວ່າ ໃນໄຕມາດ 1 ຂອງປີ 2022 ບໍລິສັດມີກຳໄລລວມຈາກການດຳເນີນທຸລະກິດເພີ່ມຂຶ້ນ 16,4% ເມື່ອທຽບໃສ່ໄຕມາດດຽວກັນຂອງປີຜ່ານມາ ຈຸລະດັບ 1,93 ລ້ານລ້ານວອນ ຫຼື ປະມານ 1,5 ຕື້ໂດລາສະຫະລັດ, ສູງສຸດໃນຮອບ 8 ປີ ແລະ ສູງກວ່າທີ່ຄາດການໄວ້ ເຊິ່ງຄາດວ່າຈະຢູ່ໃນລະດັບ 1,6 ລ້ານວອນ ຫຼື ປະມານ 1,3 ຕື້ໂດລາສະຫະລັດ.

May be an image of 1 person

ສ່ວນລາຍໄດ້ຂອງບໍລິສັດ ເພີ່ມຂຶ້ນ 10,6% ຈຸ 30,3 ລ້ານລ້ານວອນ ແລະ ລາຍໄດ້ສຸດທິເພີ່ມຂຶ້ນ 16,8% ຢູ່ທີ່ລະດັບ 1,78 ລ້ານລ້ານວອນ. ຂະນະທີ່ຍອດຂາຍລົດທົ່ວໂລກຂອງບໍລິສັດຮຸນໄດຢູ່ທີ່ 902.945 ຄັນ.

May be an image of car