ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ ປຶກສາຫາລື ຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025

248

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.


ກອງປະຊຸມລັດຖະບານຄັ້ງນີ້ ໄດ້ດຳເນີນພາຍຫຼັງທີ່ປວງຊົນລາວທົ່ວປະເທດ ໄດ້ພ້ອມການສະເຫຼີມສະຫຼອງປີໃໝ່ລາວ ດ້ວຍບັນຍາກາດທີ່ດີ, ສອດຄ່ອງກັບຮີດຄອງປະເພນີຂອງຊາດລາວເຮົາ, ການຈັດຕັ້ງພັກ-ລັດ ກໍໄດ້ເປັນແບບຢ່າງປະຕິບັດນະໂຍບາຍ ປະຢັດມັດທະຍັດ ແລະ ໃນສະພາບທີ່ຍັງມີການແຜ່ລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ສົ່ງຜົນກະ ທົບ ທັງທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນຫຼາຍດ້ານ; ໃນໄລຍະໜຶ່ງເດືອນຜ່ານມາ ທ່ານນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຈໍານວນໜຶ່ງ ໄດ້ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ແລະ ເຄື່ອນໄຫວວຽກງານ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ທ້ອງ ຖິ່ນ ໃຫ້ສຳເລັດຕາມແຜນທີ່ວາງໄວ້.

ນອກຈາກນີ້, ການນໍາຂັ້ນສູງຂອງລັດຖະບານ ຍັງໄດ້ເຮັດວຽກຮ່ວມກັບອົງການທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂບັນຫາທີ່ຮີບດ່ວນ ແລະ ຈໍາເປັນ.
ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນເມສາ 2022 ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 26-27 ເມສາ ຊຶ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ 8 ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນ ໃນການແກ້ໄຂບັນຫາລວມຂອງຊາດ ຄື:


1. ສະຫຼຸບການເຄື່ອນໄຫວວຽກງານພົົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈໍາເດືອນພຶດສະພາ 2022 ຂອງລັດຖະບານ.
2. ຮ່າງບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ໝົດປີ 2021.
3. ຮ່າງ ນະໂຍບາຍລາຄານໍ້າປະປາ ແຫ່ງ ສປປ ລາວ ສະບັບປັບປຸງ.
4. ຮ່າງດໍາລັດ ວ່າດ້ວຍການເຕົ້າໂຮມຊັບສິນ ທີ່ສານຕັດສິນ ຮິບເປັນຂອງລັດ.
5. ຮ່າງດໍາລັດ ວ່າດ້ວຍກອງທຶນກິລາ-ກາຍຍະກໍາ.


6. ຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025.
7. ລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ.
8. ລາຍງານການກະກຽມ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ