ລາຄານ້ຳມັນປາມ ເພີ່ມຂຶ້ນ ຫຼັງອິນໂດເນເຊຍ ໂຈະການສົ່ງອອກ

86

ສຳນັກຂ່າວບລູມເບີກ ລາຍງານເມື່ອວັນທີ 25 ເມສາ 2022 ວ່າສັນຍາການສົ່ງມອບນ້ຳມັນປາມລ່ວງໜ້າທີ່ຕະຫຼາດຊື້ – ຂາຍໃນນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ ງວດສົ່ງມອບເດືອນກໍລະກົດ 2022 ເພີ່ມຂຶ້ນ 6% ຢູ່ທີ່ລະດັບ 6.738 ຣິງກິດ ຫຼື ປະມານ 1.550 ໂດລາສະຫະລັດຕໍ່ໂຕນ ເຊິ່ງເປັນລະດັບສູງສຸດ ນັບແຕ່ເດືອນມີນາຜ່ານມາ.

May be an image of food

ທັງນີ້, ລັດຖະບານອິນໂດເນເຊຍ ໄດ້ອອກມາດຕະການສັ່ງໂຈະການສົ່ງອອກນ້ຳມັນປາມ ນັບແຕ່ວັນທີ 28 ເມສາ 2022 ເປັນຕົ້ນໄປ ຈົນກວ່າລັດຖະບານອິນໂດເນເຊຍ ຈະຊອກໃຫ້ເຫັນເຖິງສາເຫດທີ່ນ້ຳມັນປາມພາຍໃນປະເທດຂາດແຄນ ແລະ ໄດ້ຮັບການແກ້ໄຂແລ້ວ.

May be an image of outdoors

ທັງນີ້, ອິນໂດເນເຊຍ ເປັນຜູ້ຜະລິດ ແລະ ສົ່ງອອກນ້ຳມັນປາມລາຍໃຫຍ່ທີ່ສຸດຂອງໂລກ ກວມເອົາປະມານ 60% ຂອງການຜະລິດນ້ຳມັນປາມທົ່ວໂລກ ແລະ ຖ້າຫາກວ່າມາດຕະການດັ່ງກ່າວແກ່ຍາວອອກໄປ ຈະສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນອີກ ເນື່ອງຈາກລາຄາອາຫານເພີ່ມສູງຂຶ້ນ, ເພີ່ມຄວາມສ່ຽງໃຫ້ເກີດວິກິດອາຫານຮຸນແຮງຂຶ້ນອີກ.