ອົງການ FAO ແລະ ລັດຖະບານຍີ່ປຸ່ນ ແຈກຢາຍໄກ່ 35.640 ໂຕ ໃຫ້ແກ່ຊາວກະສິກອນ ຢູ່ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ

244

ຊາວກະສິກອນຜູ້ທີ່ມີຄວາມສ່ຽງປະມານ 3.887 ຄົນໃນແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ຈະໄດ້ຮັບແນວພັນໄກ່ພື້ນເມືອງ ແລະ ພັນປັບປຸງ ນັບແຕ່ເດືອນ ເມສາ ຫາ ເດືອນມິຖຸນາ 2022 ຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດປະຈຳ ສປປ ລາວ (FAO).

ການຊ່ວຍເຫຼືອມີ ມູນຄ່າ 2,32 ຕື້ກີບ ຈະຊ່ວຍເພີ່ມການຜະລິດໄຂ່, ເພື່ອຊ່ວຍເຫຼືອການຟື້ນຟູຂອງຊຸມຊົນທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19 ແລະ ເພີ່ມຄວາມທົນທານຕໍ່ສິ່ງທ້າທາຍຕ່າງໆຕໍ່ຜົນກະທົບທີ່ເກີດຂຶ້ນໃນອະນາຄົດ.


ໂຄງການ FAO ພາຍໃຕ້ຂອບຂອງ “ໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຈາກໂຄວິດ-19 ສຳລັບຊາວກະສິກອນຂະໜາດນ້ອຍ ຢູ່ ແຂວງພາກເໜືອຂອງ ສປປ ລາວ”ທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ. ໂຄງການດັ່ງກ່າວໄດ້ວາງເປົ້າໝາຍໃສ່ 7.000 ຄົວເຮືອນທີ່ມີຄວາມສ່ຽງທີ່ສຸດ (ປະມານ 37.100 ຄົນ) ໃນ 55 ບ້ານ ຂອງ 7 ເມືອງໃນ ແຂວງຫຼວງພະບາງ ແລະ ອຸດົມໄຊ. ຜູ້ໄດ້ຮັບຜົນປະໂຫຍດໂດຍສະເພາະແມ່ນຄອບຄົວທີ່ມີແມ່ຍິງເປັນຫົວໜ້າຄອບຄົວ, ກຸ່ມຜູ້ຜະລິດແມ່ຍິງ, ຊາວ ໜຸ່ມ ແລະ ແຮງງານທີ່ເຄື່ອນຍ້າຍກັບຄືນປະເທດ.


FAO ໄດ້ເລືອກກໍານົດເອົາສັດປີກວ່າເໝາະສົມເນື່ອງຈາກມູນຄ່າທາງດ້ານເສດຖະກິດ, ຕະຫຼາດ ແລະ ຄົວເຮືອນທີ່ສູງ ແລະ ຍັງເໝາະສົມກັບພື້ນທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍ. ໄກ່ທີ່ຖືກແຈກຢາຍດ້ວຍການດູແລທີ່ຖືກຕ້ອງອາດຈະໄດ້ຜະລິດຕະພັນຫຼາຍກວ່າ, ສະນັ້ນຈຶ່ງໄດ້ຮັບຜົນຕອບແທນສູງໃຫ້ແກ່ຊາວກະສິກອນ.
ໄກ່ທີ່ຈະມອບໃຫ້ຊາວບ້ານນີ້ແມ່ນໄດ້ຮັບການກວດກາສຸຂະພາບໂດຍສັດຕະວະແພດ ແລະ ສັກຢາກັນພະຍາດຄົບຖ້ວນ ກ່ອນຈະສົ່ງມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເພື່ອແຈກຢາຍຕໍ່ໄປ. ນອກຈາກນີ້ ທາງໂຄງການຍັງຈະໄດ້ມີການຝຶກອົບຮົມ ແລະ ສ້າງຄູ່ມືການລ້ຽງໄກ່ລາດເພື່ອເພີ່ມຄວາມຮູ້ ແລະ ເຕັກນິກການລ້ຽງໄກ່ໃຫ້ກັບຊາວບ້ານອີກ.