ເງິນເຟີ້ເດືອນມີນາ ເພີ່ມຂຶ້ນ 8,5% ທຽບໃສ່ເດືອນດຽວກັນປີຜ່ານມາ

124

ອັດຕາເງິນເຟີ້ເດືອນມີນາ 2022 ທຽບກັບເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 8,5% ແລະ ສະເລ່ຍສາມເດືອນຕົ້ນປີ 2022 ແມ່ນຢູ່ລະດັບ 7,4%, ເປັນອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງກວ່າຫຼາຍປີທີ່ຜ່ານມາ ເຊິ່ງເປັນຜົນມາຈາກການເພີ່ມຂຶ້ນຂອງທຸກໝວດສິນຄ້າເຊັ່ນ: ໝວດສິນຄ້າຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນສູງເຖິງ 18,7%, ໝວດສິນຄ້າ ແລະ ບໍລິການອື່ນໆ.

ອີງຕາມບົດລາຍສະພາບອັດຕາເງິນເຟີ້ປະຈຳເດືອນມີນາ 2022 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ເລກທີ 88/ສຖຕ2.2, ລົງວັນທີ 1 ເມສາ 2022 ໃຫ້ຮູ້ວ່າ: ສະພາບອັດຕາເງິນເຟີ້ລວມ ເດືອນມີນາ 2022 ທຽບກັບ ເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 8,5% ແລະ ສະເລ່ຍສາມເດືອນຕົ້ນປີ 2022 ແມ່ນຢູ່ລະດັບ 7,4%, ເງິນເຟີ້ເດືອນມີນາ ເພີ່ມຂຶ້ນສູງກວ່າຫຼາຍປີທີ່ຜ່ານມາ ເຊິ່ງເປັນຜົນເນື່ອງມາຈາກການເພີ່ມຂຶ້ນຂອງທຸກໝວດສິນຄ້າເຊັ່ນ: ໝວດສິນຄ້າຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນສູງເຖິງ 18,7%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 13,3%, ໝວດຮັກສາສຸຂະພາບ ແລະຢາ ເພີ່ມຂຶ້ນ 10,1%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 9,4%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 7,9%, ໝວດທີ່ຜັກອາໄສ, ໄຟຟ້າ, ນ້ຳປະປາ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 7,4%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 7,4%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 7% ແລະ ໝວດສະບຽງອາຫານ ແລະ ເຄື່ອງດື່ມ ເພີ່ມຂຶ້ນ 6,1%.

ປັດໄຈ ແລະ ສາຍເຫດຂອງອັດຕາເງິນເຟີ້ເງິນເຟີ້ ເດືອນມີນາ 2022 ມີຄວາມຜັນຜວນຢ່າງບໍ່ຢຸດນິ້ງນັບແຕ່ປີ 2021 ເປັນຕົ້ນມາ ຄືກັບບັນດາປະເທດໃນຂົງເຂດ ແລະ ໃນໂລກ ເຊິ່ງເປັນຜົນກະທົບຈາກວິກິດການເສດຖະກິດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບໃຫ້ດັດຊະນີ ການຊົມໃຊ້ທຸກໝວດສິນຄ້າ ແລະ ອັດຕາເງິນເຟີ້ໃນ ສປປ ລາວ ມີການເໜັງຕີງສູງຂຶ້ນ ໂດຍມາຈາກຫຼາຍປັດໄຈດັ່ງນີ້: ການເພີ່ມຂຶ້ນຂອງນໍ້າມັນເຊື້ອໄຟໃນຕະຫຼາດໂລກ ທີ່ພວມມີການຜັນຜວນຢ່າງຕໍ່ເນື່ອງ ແລະ ສືບຕໍ່ຮຸນແຮງເຮັດໃຫ້ ສປປ ລາວ ໄດ້ມີການປັບລາຄານໍ້າມັນເຊື້ອໄຟ ໃນເດືອນມີນາ 3 ຄັ້ງ ເຊິ່ງໄດ້ກະທົບໂດຍກົງໃສ່ດັດຊະນີລາຄາໝວດຄົມມະນາຄົມ ແລະ ຂົນສົ່ງ.

ນອກນັ້ນ, ລາຄານ້ໍາມັນຍັງໄປກະຕຸ້ນໃຫ້ສິນຄ້າປະເພດອື່ນໆເພິີ່ມຂຶ້ນ ເນື່ອງຈາກການເພີ່ມຂຶ້ນຂອງປັດໄຈການຜະລິດສິນຄ້າ ແລະ ບໍລິການ;ສະພາບການຜັນຜວນຂອງຄ່າເງິນກີບທຽບກັບເງິນຕາຕ່າງປະເທດ ໂດຍສະເພາະຕໍ່ກັບເງິນໂດລາ ແລະ ເງິນບາດ ທີ່ຍັງສືບຕໍ່ອ່ອນຄ່າ ແລະ ເໜັງຕີງບໍ່ຄົງທີ່ ໄດ້ກະທົບໂດຍກົງຕໍ່ສິນຄ້າ ແລະ ດັດຊະນີລາຄາໝວດສິນຄ້ານໍາເຂົ້າເໜັງຕີງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ບາງໝວດສິນຄ້າທີ່ນຳໃຊ້ປັດໄຈການຜະລິດຈາກການນຳເຂົ້າ. ນອກນັ້ນ, ລາຄາຄໍາຮູບປະພັນ ແມ່ນເໜັງຕີງເພີ່ມສູງຂຶ້ນກາຍຂອບເຂດທີ່ບໍ່ເຄີຍມີມາກ່ອນ ເຊິ່ງເປັນຜົນເນື່ອງມາຈາກການເໜັງຕີງຕາມກົນໄກຂອງຕະຫຼາດໂລກ.