” ສີ່ການປັບປຸງໂຄງສ້າງທີ່ສໍາຄັນ ” ຂອງ ຫົວເຫວີຍ ຊ່ວຍສ້າງສູນຂໍ້ມູນຄາບອນສີຂຽວ

80

ການພັດທະນາຢ່າງໄວວາຂອງເສດຖະກິດດິຈິຕອນທົ່ວໂລກ, ຄວາມຕ້ອງການດ້ານດິຈິຕອນ ແລະ ການຫັນປ່ຽນເປັນລະບົບອັດສະລິຍະສືບຕໍ່ເພີ່ມຂຶ້ນເລື້ອຍໆ. ໃນຖານະເປັນໂຄງສ້າງພື້ນຖານໃໝ່, ສູນຂໍ້ມູນຈະກາຍເປັນ ” ເຄື່ອງຈັກໃໝ່ ” ຂັບເຄື່ອນການພັດທະນາຢ່າງແຂງແຮງຂອງເສດຖະກິດດິຈິຕອນ.ໃນຖານະຜູ້ໃຫ້ບໍລິການພື້ນຖານໂຄງລ່າງ ໄອຊີທີ ທີ່ມີຊື່ສຽງ, ຫົວເຫວີຍ ເຊື່ອວ່າເພື່ອຮັກສາຄວາມໝັ້ນຄົງໃນໄລຍະຍາວຂອງພື້ນຖານເສດຖະກິດດິຈິຕອນ. ນອກເໜືອຈາກສອງມິຕິທີ່ວັດແທກຄວາມແຂງແກ່ນຂອງເສດຖະກິດດິຈິຕອນ ( ຄວາມໜາແໜ້ນຂອງການເຊື່ອມຕໍ່, ຄວາມແນ່ນອນຂອງການຄິດໄລ່ ) ແລ້ວ, ເພີ່ມອີກໜຶ່ງມິຕິໃໝ່ຄື “ ຄວາມເຂັ້ມຂຸ້ນຂອງການປ່ອຍອາຍພິດຄາບອນ ”.

ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງທຸລະກິດດິຈິຕອນ ແລະ ເປົ້າໝາຍ ” ຄາບອນຄູ່ ” ຈະວາງມາດຕະຖານທີ່ສູງຂຶ້ນໃນການກໍ່ສ້າງສູນຂໍ້ມູນ ເຊິ່ງເປັນພື້ນຖານຂອງອຸດສາຫະກໍາ ໄອຊີທີ ເຊິ່ງຈະສະແດງອອກໃນດ້ານການສຸມໃສ່ການກໍ່ສ້າງທີ່ໄວຂຶ້ນ, ຄວາມໜາແໜ້ນຂອງຮູບແບບທີ່ສູງຂຶ້ນ, ຄວາມເຂັ້ມຂຸ້ນຂອງການປ່ອຍຄາບອນທີ່ຕໍ່າລົງ.

ຕໍ່ກັບຄວາມເປັນມານີ້, ຫົວເຫວີຍ ໄດ້ສະເໜີແນວ ຄວາມຄິດ, ” ບິດຫຼາຍ ວັດໜ້ອຍ ( More bits, less watt )”, ຫວັງທີ່ຈະໃຊ້ທິດສະດີແນວຄວາມຄິດນີ້ປະກອບກັບອຸປະກອນ, ສູດຄິດໄລ່ ແລະ ດ້ານອື່ນໆ ສ້າງສັນບຸກທະລຸແນວຄິດປະດິດສ້າງໃໝ່ໆ ໃນຂະນະທີ່ຫົວເຫວີຍ ໄອຊີທີ ຈະບັນລຸເປົ້າໝາຍ 2.7 ເທົ່າ ຂອງການປັບປຸງປະສິດທິພາບຂອງຜະລິດຕະພັນ ແລະ ໄປຄຽງຄູ່ກັບໂຊລູຊັນການຫຼຸດຜ່ອນການປ່ອຍອາຍຄາບອນອີກດ້ວຍ.

ແນວຄວາມຄິດນີ້ຢູ່ໃນຂອບເຂດການແກ້ໄຂສູນຂໍ້ມູນດາຕ້ານັ້ນແມ່ນສະທ້ອນໃຫ້ເຫັນໂຄງສ້າງການຈ່າຍໄຟ, ການຄວບຄຸມອຸນຫະພູມ ” ສີ່ການປັບປຸງໂຄງສ້າງທີ່ສໍາຄັນ ” ຫົວເຫວີຍ ໄດ້ສ້າງນະວັດນະກຳໃໝ່ທີ່ຮວບຮວມເອົາ ກະແສບິດ, ກະແສວັດ, ກະແສເຣດ. ສາມກະແສໃນໜຶ່ງດຽວ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກຂອງອຸດສາຫະກຳຢ່າງຖືກຈຸດ ເພື່ອຜັກດັນໃຫ້ການສ້າງສູນຂໍ້ມູນໃນຍຸກຕໍ່ໄປກ້າວຂຶ້ນສູ່ລະດັບໃໝ່ທີ່ ” ງ່າຍດາຍ ສີຂຽວ ອັດສະລິຍະ ປອດໄພ “.

ການປັບປຸງລະບົບໃໝ່ໃຫ້ດີຂຶ້ນ ເພື່ອປະຢັດຕົ້ນທຶນໃຫ້ໜ້ອຍລົງ, ໃນດ້ານການກໍ່ສ້າງ, ຫົວເຫວີຍ ເລືອກໃຊ້ການຜະລິດທາງວິສະຫະກຳ, ຜະລິດຕະພັນແບບໂມດູນ; ໂມດູນທີ່ມີຄວາມເປັນມາດຕະຖານ ບັນລຸການຈັດສົ່ງທີ່ໜ້ອຍທີ່ສຸດ ການກໍ່ສ້າງໃຊ້ເວລາສັ້ນລົງຈາກ 18 ເດືອນ ເຫຼືອພຽງ 6 ເດືອນເທົ່ານັ້ນ.

ໜຶ່ງພັນສູນຂໍ້ມູນຄລາວຂອງ ຫົວເຫວີຍ ໃນຕົງກວນ ແມ່ນປະກອບດ້ວຍ 189 ກ່ອງໂມດູນສໍາເລັດຮູບຊ້ອນກັນ ເຊິ່ງແມ່ນນຳເອົາຫຼາຍໆສ່ວນປະກອບ ແລະ ລະບົບທີ່ຈະຕ້ອງຕິດຕັ້ງຢູ່ສະໜາມໂຄງການແທ້ ສົ່ງໄປໂຮງງານໂດຍກົງກ່ອນ, ຈາກນັ້ນປະກອບເຂົ້າໄປໃນໂມດູນທີ່ ” ພ້ອມປະກອບພ້ອມໃຊ້ ” ແລ້ວຄ່ອຍສົ່ງໄປປະກອບຢູ່ໜ້າສະໜາມ.

ນີ້ແມ່ນ ” ການປະຕິສັງຂອນສະຖາປັດຕະຍະກໍາ ” ຂອງຫົວເຫວີຍ ເຊິ່ງນີ້ບໍ່ພຽງແຕ່ສາມາດບັນລຸການນຳໃຊ້ໄດ້, ແຕ່ວ່າຍັງສາມາດຫຼຸດຜ່ອນການນຳໃຊ້ນໍ້າ ແລະ ສິ່ງເສດເຫຼືອຈາກການກໍ່ສ້າງໄດ້ເຖິງ 80% ອັດຕາການນຳໝູນໃຊ້ວັດສະດຸເກົ່າແມ່ນເກີນກວ່າ 80% ອັດຕາການປ່ອຍຄາບອນໃນການກໍ່ສ້າງແມ່ນຫຼຸດລົງເຖິງ 90%.

ເພື່ອຮັບປະກັນການສະໜອງພະລັງງານ 365 ວັນ, 24 ຊົ່ວໂມງ ທີ່ບໍ່ມີການລົບກວນຢູ່ໃນສູນຂໍ້ມູນ, ລະບົບການສະໜອງພະລັງງານທີ່ໝັ້ນຄົງ ແລະ ເຊື່ອຖືໄດ້ແມ່ນເປັນສິ່ງຈໍາເປັນ. ຫົວເຫວີຍ ແມ່ນອີງໃສ່ຄວາມໜາແໜ້ນທີ່ສູງຂຶ້ນ, ແນວຄວາມຄິດຄວາມໜ້າເຊື່ອຖືທີ່ສູງຂຶ້ນ, ສຸມໃສ່ລະບົບການສະໜອງພະລັງງານ, ນໍາໃຊ້ໂມດູນພະລັງງານຟິວຊັນອັດສະລິຍະ + SmartLi ວິທີແກ້ໄຂສໍາຮອງຂໍ້ມູນໝໍ້ໄຟລີທີນຽມອັດສະລິຍະ ເພື່ອລະບົບການສະໜອງ ແລະ ຈ່າຍພະລັງງານທີ່ມີປະສິດທິພາບສູງຂຶ້ນ.

ໂມດູນພະລັງງານຟິວຊັນອັດສະລິຍະປະສົມປະສານກັບ UPS ໂມດູນປະສິດທິພາບສູງຂອງ ຫົວ ເຫວີຍ, ປະສິດທິພາບຂອງຮູບແບບອອນໄລອັດສະລິຍະ ບັນລຸ 99%; ດ້ວຍສະຖາປັດຕະຍະກໍາທີ່ລົງຕົວຢ່າງເຕັມສ່ວນ, ສະໜອງຮູບແບບ ” ພ້ອມປະກອບພ້ອມໃຊ້ “, 0 ms ການສະຫຼັບແບບບໍ່ມີຮອຍຕໍ່, ໃນລະຫວ່າງການໂອນຖ່າຍປະຕິບັດງານຂອງອຸປະກອນ ໂດຍບໍ່ມີຜົນກະທົບຕໍ່ຄຸນນະພາບ ແລະ ປະສິດທິພາບການສະໜອງພະລັງງານ; ໃນແງ່ຂອງການສໍາຮອງຂໍ້ມູນໝໍ້ໄຟລີທີນຽມອັດສະລິຍະ ຮອງຮັບການນໍາໃຊ້ປະສົມຂອງໝໍ້ໄຟເກົ່າ ແລະ ໝໍ້ໄຟໃໝ່, ຄວາມປອດໄພຂອງໝໍ້ໄຟລີທີນຽມ ຈຶ່ງມີຄວາມໜ້າເຊື່ອຖືສູງ.

ໂຄງການນີ້ໄດ້ຖືກນໍາໃຊ້ ແລະ ປະສົບຜົນສຳເລັດໃນໄລຍະທໍາອິດໃນບໍ່ດົນມານີ້ຂອງສູນຂໍ້ມູນວັດຊານເສີຍປະເທດຈີນ, ປະຢັດເວລາໃນການກໍ່ສ້າງສັ້ນລົງ 2 ອາທິດ, ຕອບສະໜອງຄວາມຕ້ອງການຂອງລູກຄ້າ ສໍາລັບການນໍາໃຊ້ຢ່າງວ່ອງໄວ; ປະຢັດພື້ນທີ່ 40%, ຕອບສະໜອງຄວາມຕ້ອງການການນຳໃຊ້ຫຼາຍຕູ້ຂອງລູກຄ້າ.

ການປັບປຸງຄວບຄຸມອຸນຫະພູມ, ປະສິດທິພາບການຮັກສາສິ່ງແວດລ້ອມທີ່ສູງຂຶ້ນ ເພື່ອບັນລຸການປະຢັດພະລັງງານ ແລະ ການຫຼຸດຜ່ອນການປ່ອຍອາຍພິດຂອງລະບົບຄວບຄຸມອຸນຫະພູມແມ່ນສໍາຄັນ. ໃນຂະບວນການປ່ຽນໄຟຟ້າເປັນພະລັງງານຄອມພິວເຕີໃນສູນຂໍ້ມູນແມ່ນປ່ອຍພະລັງງານຄວາມຮ້ອນຫຼາຍ. ສໍາລັບການລະບາຍຄວາມຮ້ອນທີ່ມີປະສິດທິພາບ, ຮັບປະກັນການດໍາເນີນງານຢ່າງສະຖຽນຂອງອຸປະກອນ IT ຕ່າງໆຂອງສູນຂໍ້ມູນ, ຫົວເຫວີຍ ສະເໜີວິທີແກ້ໄຂບັນຫານີ້ໂດຍການອາໄສຄວາມເຢັນລະເຫີຍທາງອ້ອມ ເພື່ອຄວບຄຸມອຸນຫະພູມ, ນໍາໃຊ້ນໍ້າທໍາມະຊາດ ແລະ ລົມເປັນແຫຼ່ງຜະລິດຄວາມເຢັນ, ໃນຂະນະທີ່ຫຼຸດຜ່ອນຄາບອນກໍປະຢັດຕົ້ນທຶນໄປໃນໂຕອີກດ້ວຍ.

ລະບົບຜະລິດຄວາມເຢັນຂອງສູນຂໍ້ມູນແມ່ນໄດ້ນຳໃຊ້ເຄື່ອງປ່ຽນຄວາມຮ້ອນທີ່ເປັນຜະລິດຕະພັນທີ່ໄດ້ຮັບສິດທິບັດຂອງ ຫົວເຫວີຍ ເຊິ່ງສາມາດຍົກລະດັບການສັບປ່ຽນຄວາມຮ້ອນລະຫວ່າງລົມທໍາມະຊາດ ແລະ ລົມຮ້ອນຈາກສູນຂໍ້ມູນໄດ້ຢ່າງມີປະສິດທິພາບ ເມື່ອລົມທຳມະຊາດບໍ່ສາມາດລະບາຍຄວາມຮ້ອນໄດ້ດ້ວຍຕົວເອງ ແມ່ນຈະນຳໃຊ້ລະບົບລົມທຳມະຊາດທີ່ໄຫຼດ້ວຍຄວາມໄວສູງລະເຫີຍ ເກີດເປັນອາຍນໍ້າມາດູດຄວາມຮ້ອນເພີ່ມຄວາມເຢັນ.

ສູນຂໍ້ມູນຢູ່ຊີອານ ປະເທດຈີນ ນຳໃຊ້ວິທີແກ້ໄຂ ຄວາມເຢັນແບບລະເຫີຍທາງອ້ອມຂອງຫົວເຫວີຍ, ນໍາໃຊ້ແຫຼ່ງເຢັນທໍາມະຊາດສູງສຸດ (10 ເດືອນຂອງປີ) ເມື່ອປຽບທຽບກັບການແກ້ໄຂແບບເກົ່າແລ້ວ, ການໃຊ້ພະລັງງານຫຼຸດລົງຫຼາຍກວ່າ 50% ຕໍ່ເດືອນ, ປະຢັດນໍ້າຫຼາຍກວ່າ 40%. ອີງຕາມການຄາດຄະເນນີ້, ໃນເວລາ 10 ປີ ຈະສາມາດປະຢັດໄຟຟ້າໄດ້ເກືອບ 60 ລ້ານ kWh, ປະຢັດນ້ຳໄດ້ຫຼາຍກວ່າ 4 ແສນໂຕນ, ຫຼຸດຜ່ອນການປ່ອຍອາຍຄາບອນ 27 ພັນໂຕນ ເທົ່າກັບການປູກຕົ້ນໄມ້ 37 ພັນຕົ້ນ.
ນອກຈາກນັ້ນ, ແຜນນີ້ຍັງໄດ້ຖືກນໍາໃຊ້ໃນເມືອງຊິງຢວນ ແຂວງກວາງຕົງ ແລະ ບ່ອນອື່ນໆອີກດ້ວຍ.

■ການນຳໃຊ້ ” AI ” ຢ່າງໝັ້ນຄົງ ແລະ ກ້າວໄກ
ໃນຂະນະທີ່ສູນຂໍ້ມູນສະໜອງການຫັນປ່ຽນເປັນດິຈິຕອນແລ້ວ, ສູນຂໍ້ມູນຍັງຈະສືບຕໍ່ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີດິຈິຕອນຂອງຕົນເອງຢ່າງຕໍ່ເນື່ອງ. ອີງໃສ່ AI, ການດໍາເນີນງານ ແລະ ບໍາລຸງຮັກສາຂອງລະບົບຄລາວຄອມພິວເຕີ ແລະ ຂໍ້ມູນຂະໜາດໃຫຍ່, ຫົວເຫວີຍ ຊ່ວຍໃຫ້ສູນຂໍ້ມູນບັນລຸການດໍາເນີນງານທີ່ໝັ້ນຄົງໃນໄລຍະຍາວ.

iCooling@AI ໂຊລູຊັນ ການແກ້ໄຂການຄວບຄຸມອຸນຫະພູມອັດສະລິຍະທີ່ນຳສະໜອງໂດຍຫົວເຫວີຍ ດິຈິຕອນ ພາວເວີ້, ຈາກຜະລິດຄວາມເຢັນເປັນຜະລິດຄວາມເຢັນອັດສະລິຍະ ສາມາດຮອງຮັບການນຳເຂົ້າຂອງນ້ຳອຸນຫະພູມ 15 – 20 ອົງສາເຊ. ພ້ອມກັນນັ້ນ, ຜ່ານເຕັກໂນໂລຊີດິຈິຕອນ, ສາມາດເກັບກໍາຂໍ້ມູນການຊົມໃຊ້ພະລັງງານຂອງສູນຂໍ້ມູນ ແລະ ຂໍ້ມູນສະພາບແວດລ້ອມຂອງດິນຟ້າອາກາດ, ຈາກນັ້ນຄຳນວນຜ່ານ AI ແລະ ລະບົບຄລາວຄອມພິວເຕີ ພຽງໜຶ່ງນາທີກໍສາມາດປະມວນຜົນວິທີການແກ້ໄຂທີ່ດີທີ່ສຸດອອກມາ ເຊິ່ງນີ້ເປັນການເພີ່ມປະສິດທິພາບລວມຂອງລະບົບເຄື່ອງເຢັນຢ່າງດີ, ພ້ອມທັງປັບປຸງສູນຂໍ້ມູນ PUE ຢ່າງຕໍ່ເນື່ອງ, ປະສິດທິພາບຜະລິດຄວາມເຢັນເພີ່ມໄດ້ປະມານ 15%.

ຍ້ອນການນຳໃຊ້ເຕັກໂນໂລຊີ AI ນີ້, iPower ໂຊລູຊັນການບໍາລຸງຮັກສາແບບຄາດເດົາສາມາດລາຍງານ ແລະ ເຕືອນສະຖານະການຂອງອຸປະກອນລ່ວງໜ້າ ເຊິ່ງສາມາດຊ່ວຍໃຫ້ພະນັກງານທີ່ປະຕິບັດໜ້າທີ່ບຳລຸງຮັກສາສາມາດຄາດຄະເນສະຖານະການອຸປະກອນລ່ວງໜ້າ ແລະ ຫາວິທີທີ່ຈະຈັດການກ່ອນໄດ້.

ນອກຈາກນີ້, ຫຸ່ນຍົນອັດສະລິຍະ AI ຍັງມາທົດແທນການຕິດຕາມກວດກາຂອງພະນັກງານ ເຊິ່ງອໍານວຍຄວາມສະດວກໃຫ້ແກ່ການຫັນເປັນດິຈິຕອນຂອງສູນຂໍ້ມູນທີ່ທັນສະໄໝຂະໜາດໃຫຍ່, ຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ການບໍາລຸງຮັກສາສາມາດຫຼຸດລົງປະມານ 35%, ມັນສາມາດປັບປຸງການນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບປະມານ 20%.

ຖານຂໍ້ມູນຫຼັກຈົງຢວນ ຂອງບໍລິສັດ China Unicom ແມ່ນໜຶ່ງໃນສິບສອງຖານຂໍ້ມູນຂະໜາດ ໃຫຍ່ທີ່ສ້າງຂຶ້ນໂດຍ ບໍລິສັດ China Unicom ເຊິ່ງອີງຕາມມາດຕະຖານ T3+/T4 ກໍ່ສ້າງຖານຂໍ້ມູນຫຼັກມາດຕະຖານຫ້າດາວ. ຫຼັງຈາກທີ່ສູນຂໍ້ມູນນຳໃຊ້ແຜນ iCooling ແລ້ວ, ຜົນຮັບອອກມາຢ່າງມີປະສິດທິພາບ, ຫຼຸດຜ່ອນສູນຂໍ້ມູນ PUE 8% – 15%, ຊ່ວຍປະຢັດໄຟຟ້າປະມານ 3,85 ລ້ານກິໂລວັດໂມງໃນແຕ່ລະປີ.

ອີງໃສ່ພື້ນຖານການດຳເນີນ ” ສີ່ການປັບປຸງໂຄງສ້າງທີ່ສໍາຄັນ ” ຂອງຫົວເຫວີຍ ອີງຕາມ Frost & Sullivan, ທີ່ປຶກສາພາກສ່ວນທີສາມເຜີຍແຜ່ 《Global Modular Data Center Market Report 》《Global Modular UPS Market Report 》ສະແດງໃຫ້ເຫັນ, ຫົວເຫວີຍ Smart Micro Module ນັບແຕ່ປີ 2020 ສ່ວນແບ່ງຕະຫຼາດ UPS ແມ່ນສືບຕໍໍ່ຄວາມເປັນຜູ້ນຳຕະຫຼາດໂລກ. ຜົນການວິໄຈຄົ້ນຄວ້າຂອງ ICTເຜີຍແຜ່ 《China Data Center Lithium-Ion Battery Market Report 2020-2021》《China Data Center Evaporative Cooling Air Conditioners Market Report 2020-2021》ສະແດງໃຫ້ເຫັນ, ຫົວເຫວີຍໝໍ້ໄຟລີທີນຽມອັດສະລິຍະ ແລະ ໂຊລູຊັນຜະລິດຄວາມເຢັນແບບລະເຫີຍທາງອ້ອມ ສ່ວນແບ່ງຕະຫຼາດເປັນອັນດັບໜຶ່ງໃນປະເທດຈີນ.

ປີ 2021 ເຕັກໂນໂລຊີໂຄງສ້າງຫີນຂອງສູນຂໍ້ມູນແບບແຍກສ່ວນສຳເລັດຮູບທີ່ຫົວເຫວີຍເຂົ້າຮ່ວມໃນການວິໄຈ ແລະ ພັດທະນາເຕັກໂນໂລຊີການອອກແບບໂຄງສ້າງ ແລະ ພັດທະນາຊ໊ອຟແວຣ໌ການອອກແບບຂອງອາຄານສູນຂໍ້ມູນແບບໂມດູລາແບບກ່ອງ ໄດ້ຮັບລາງວັນອັນດັບສອງຂອງລາງວັນຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຊີ 2019 – 2020 ຂອງສະມາຄົມສະຖາປັດຕະຍະກຳແຫ່ງປະເທດຈີນ, ເຕັກໂນໂລຊີການຈ່າຍໄຟແບບອັດສະລິຍະສູນຂໍ້ມູນຂອງຫົວເຫວີຍ ( ໂມດູນພະລັງງານ ) ໄດ້ຮັບລາງວັນອັນດັບສອງຄວາມສໍາເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີສູນຂໍ້ມູນ ປະຈຳປີ 2021 ຈາກສະມາຄົມກໍານົດມາດຕະຖານການກໍ່ສ້າງທາງດ້ານວິສະວະກໍາຂອງປະເທດຈີນ, ເຕັກໂນໂລຊີຜະລິດຄວາມເຢັນແບບລະເຫີຍທາງອ້ອມ ໄດ້ຮັບລາງວັນ ” Low-Carbon Technology Practice Award ” ໃນງານປະຈໍາປີ ອຸດສາຫະກໍາ IDC Industry ຄັ້ງທີ 16 ຂອງປະເທດຈີນ.

ເດືອນຕຸລາປີ 2021 ຫົວເຫວີຍ ໄດ້ຮັບສີ່ລາງວັນໃຫຍ່ ” ລາງວັນ DCS ” ເຊິ່ງເປັນງານລະດັບນາໆຊາດໃນອຸດສາຫະກຳສູນຂໍ້ມູນ – ລາງວັນຜູ້ສະໜອງອຸປະກອນຂອງສູນຂໍ້ມູນທີ່ດີທີ່ສຸດແຫ່ງປີ, ລາງວັນສຸດຍອດໂຄງສ້າງອັບເກດສູນຂໍ້ມູນແຫ່ງປີ, ລາງວັນການສະໜອງໄຟສໍາລັບສູນຂໍ້ມູນທີ່ດີທີ່ສຸດແຫ່ງປີ ແລະ ລາງວັນນະວັດຕະກໍາຄວບຄຸມອຸນຫະພູມສູນຂໍ້ມູນທີ່ດີທີ່ສຸດແຫ່ງປີ.
ຫົວເຫວີຍ ເຊື່ອວ່າ ພື້ນຖານຂອງເສດຖະກິດດິຈິຕອນແມ່ນການບັນລຸການເຊື່ອມໂຍງຫຼາຍອຸດສາຫະກຳ ແລະ ຄົວເຮືອນ, ຜ່ານການບູລະນະ ປັບປຸງໂຄງສ້າງ ເພີ່ມປະສິດທິພາບຂອງຊັບພະຍາກອນ ເພື່ອໃຫ້ເກີດຄວາມແຂງແກ່ນທາງເສດຖະກິດ ປະສິດທິພາບສູງ ແລະ ການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງກໍໃຫ້ເກີດຊ່ອງທາງໃໝ່ ສະພາບໃໝ່ ຮູບແບບໃໝ່, ບັນລຸຄວາມເປັນໄປໄດ້ໃຫ້ເພີ່ມຍິ່ງຂຶ້ນ.

ໃນໄລຍະສໍາຄັນຂອງຂອບເຂດໃໝ່ທີ່ຈະຫຼຸດການປ່ອຍກາສຄາບອນມີຄວາມໂດດເດັ່ນຫຼາຍຂຶ້ນ, ຫົວ ເຫວີຍຍິນດີທີ່ຈະຮ່ວມມືກັບຜູ້ທີ່ມີແນວຄວາມຄິດດຽວກັນທົ່ວໂລກທີ່ພະຍາຍາມຈະຫຼຸດ ” ຮ່ອງຮອຍຂອງກາສຄາບອນ ” ທີ່ເກີດຈາກອຸດສາຫະກໍາໄອຊີທີ, ສ້າງສູນຂໍ້ມູນສີຂຽວທີ່ປາສະຈາກກາສຄາບອນໃຫ້ຫຼາຍຍິ່ງຂຶ້ນ.
( ແຫຼ່ງຂໍ້ມູນຈາກ: Huawei Digital Energy Technology Co., Ltd )