ສາລະວັນ ຍົກລະດັບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ

60

ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງສາລະວັນ ຈັດຝືກອົບຮົມ ການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO, e-Form D) ໃຫ້ພະນັກງານ ອຄ ແຂວງສາລະວັນ ແລະ ຜູ້ປະກອບການຈຳນວນໜຶ່ງພາຍໃນແຂວງ ຊຸດຝືກອົບຮົມຈັດຂຶ້ນ ໃນລະຫວ່າງວັນທີ 21 -22 ເມສາ 2022 ເປັນປະທານຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ແລະ ທ່ານ ຄຳຜ່ານ ສີລາວີ ຫົວໜ້າ ອຄ ແຂວງສາລະວັນ.


ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ເຈົ້າໜ້າທີ່ປະຈຳ ພະແນກ ອຄ ແຂວງສາລະວັນ ແລະ ຜູ້ປະກອບການພາຍໃນແຂວງ ກ່ຽວກັບ ການນໍາໃຊ້ລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອກະເອເລັກໂຕຣນິກທີ່ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຊີ ກໍຄືການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO, e-Form D). ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ໄດ້ຮຽນຮູ້ຂັ້ນຕອນຕ່າງໆຂອງລະບົບ e-CO ຄື: ສຳລັບພາກລັດແມ່ນ ການເຂົ້າກວດຟອມ, ຂັ້ນຕອນໃນການອະນຸມັດ (ເລີ່ມແຕ່ຜູ້ກວດຕົວຈິງ, ຜູ້ອະນຸມັດທີ 1, ຈ່າຍເງິນ ແລະ ຂັ້ນຕອນລົງລາຍເຊັນ) ແລະ ພິມຟອມ ຜ່ານລະບົບ. ສຳລັບພາກທຸລະກິດ ໄດ້ຮຽນຮູ້ວິທີການລົງທະບຽນນຳໃຊ້ລະບົບ e-CO, ການເຂົ້ານຳໃຊ້ລະບົບ, ວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມ, ການອັບໂຫຼດຂໍ້ມູນໃນການຂໍ CO Form ແລະ ການຕິດຕາມການເຄື່ອນໄຫວຂອງ CO Form ທີ່ທ່ານສົ່ງເຂົ້າໃນລະບົບ.


ກົມການນຳເຂົ້າ ແລະ ສົ່ງອອກ ມີແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ບັນດາຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນຂອບເຂດທົ່ວປະເທດ ສາມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້ພາຍໃນປີ 2022, ເຊິ່ງ ພະແນກ ອຄ ແຂວງສາລະວັນ ກໍເປັນໜຶ່ງໃນຫ້ອງການເປົ້າໝາຍ ແລະ ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 1 ພຶດສະພາ 2022. ປັດຈຸບັນນີ້ ມີ 7 ຫ້ອງການທີ່ອອກຜ່ານລະບົບ e-CO ໄດ້ແກ່: ກົມການນຳເຂົ້າ ແລະ ສົ່ງອອກ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ, ພະແນກ ອຄ ແຂວງຈຳປາສັກ, ສະຫວັນນະເຂດ, ບໍລິຄຳໄຊ, ພະແນກ ອຄ ນະຄອນຫຼວງວຽງຈັນ ແລະ ພະແນກ ອຄ ແຂວງຄຳມ່ວນ.

ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຄ ເບີໂທ: 021 450255