ມາສເຕີ 7 ຢຸດສະຖິຕິຊະນະລວດຂອງ ຊ້າງນ້ອຍ ໄດ້ສໍາເລັດ

179

ການແຂ່ງຂັນບານເຕະ ເປບ ລາວລີກ 1 ລະດູການ 2022 ດໍາເນີນມາເຖິງອາທິດທີ 5 ປາກົດວ່າ: ມາສເຕີ 7 ເອັຟຊີ ສາມາດຢຸດສະຖິຕິຊະນະລວດຂອງ ຊ້າງນ້ອຍ ໄດ້ສໍາເລັດໄວ້ທີຊະນະ 4 ນັດລວດ ແລະ ນັດຫຼ້າສຸດສະເໝີ

ຫຼ້າສຸດ ວັນອາທິດທີ 24 ເມສາ 2022 ເປັນການແຂ່ງຂັນນັດບິກແມັດປາກົດວ່າ: ມາສເຕີ 7 ເອັຟຊີ 2-2 ຊ້າງນ້ອຍ ເອັຟຊີ ເຮັດໃຫ້ແບ່ງກັນໄປທີມລະ 1 ຄະແນນ ຊ້າງນ້ອຍ ຍັງນໍາຕາຕະລາງຄະແນນລວມ ເບິ່ງໄດ້ທີ່ຮູບ ແລະ ຄລິບລຸ່ມນີ້

ສ່ວນອີກຄູ່ໜຶ່ງແຂ່ງຂັນ ວັນເສົາທີ 13 ເມສາ 2022: ວຽງຈັນ ເອັຟຊີ 1-0 ກອງທັບ ເອັຟຊີ