ທຸກຄົນມີຄວາມຝັນ ແລະ ທຸກຄວາມຝັນຈະເປັນຈິງຖ້າເຮົາລົງມືເຮັດ ແນະນໍານັກຮ້ອງນ້ອງໃໝ່ ຈອນນີ້ ຄວງວິຈິດ

105

ຫຼາຍໆຄົນມີຄວາມຝັນ ແລະ ມີເປົ້າໝາຍໃນຊີວິດທີ່ແຕກຕ່າງກັນ ແລະ ທຸກໆຄວາມຝັນຈະກາຍເປັນຈິງຖ້າເຮົາລົງມືເຮັດ ຄືດັ່ງເລື່ອງລາວຂອງໜຸ່ມຄົນນີ້ ຈອນນີ້ ໜຸ່ມຂີ້ອາຍທີ່ບໍ່ມີຄວາມໝັ້ນໃຈໃນຕົວເອງ.

ມື້ນີ້ທີມຂ່າວບັນເທີງຂອງພວກເຮົາຈະພາທຸກຄົນມາຮູ້ຈັກກັບ ຈັນທະຈອນ ຄວງວິຈິດ ຫຼື ຈອນນີ້ Joneny ນັກຮ້ອງນ້ອງໃໝ່ທີ່ຈະມາປະດັບວົງການເພງລາວເຮົາ. ປັດຈຸບັນ ຈອນນີ້ ອາຍຸ 25 ປີ ຈົບການສຶກສາຈາກຄະນະອັກສອນສາດ ສາຂາສື່ສານມວນຊົນ ມຊ ແລະ ເປັນນັກຂ່າວນ້ອງໃໝ່ອີກດ້ວຍ.

ໂດຍຈອນນີ້ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງເຮົາວ່າ: ຕົນເອງເປັນຄົນໜຶ່ງທີ່ມັກຮັກໃນວົງການບັນເທີງຢູ່ແລ້ວ ໂດຍສະເພາະແມ່ນການຮ້ອງເພງ ເພາະຕົນເອງມີຄວາມຝັນແຕ່ນ້ອຍແລ້ວວ່າຢາກເປັນນັກຮ້ອງ ແລະ ຢາກມີຜົນງານເພງເປັນຂອງຕົນເອງ.

ຕອນຮຽນ ຈອນນີ້ ຈະມັກຮ້ອງເພງໃຫ້ໝູ່ຟັງຕະຫຼອດ ແລະ ໝູ່ກໍແນະນໍາໃຫ້ໄປປະກວດຮ້ອງເພງ ແຕ່ກໍບໍ່ກ້າໄປ ເພາະຄິດວ່າສຽງຕົວເອງບໍ່ມ່ວນ ແລະ ຢ້ານບໍ່ຊະນະ ເຊິ່ງຕ້ອງບອກກ່ອນວ່ານ້ອງເປັນຄົນທີ່ຂີ້ອາຍ ແລະ ເປັນຄົນທີ່ບໍ່ມີຄວາມໝັ້ນໃຈໃນຕົວເອງເລີຍ.

ຈຸດເລີ່ມຕົ້ນຂອງຄວາມກ້າທີ່ສາມາດເອົາຊະນະຄວາມຢ້ານ ແລະ ກ້າທີ່ຈະເຮັດໃນສິ່ງທີ່ຕົນເອງມັກ ແມ່ນມີອ້າຍທີ່ເປັນລູກອ້າຍ – ລູກນ້ອງກັນກັບຈອນ ຊວນເຮັດເພງລົງຢູ່ທູບ ເຊິ່ງອ້າຍລາວກໍໜ້າຈະເຫັນແວວເຮົາວ່າເຮົາມີພອນສະຫວັນ ແລະ ຄວາມສາມາດທາງດ້ານນີ້ ເຮົາກໍເລີຍຕົກລົງເຮັດເພງກັບອ້າຍ ເຊິ່ງຜົນງານເພງທຳອິດທີ່ຈອນແຕ່ງແມ່ນ ເພງຍອມປ່ອຍ ເປັນແນວເພງສະຕິງສະໄຕຣ R&B ແດ່ ເປັນການເລົ່າເລື່ອງລາວ ຄວາມຮັກຂອງຄົນສອງຄົນທີ່ມັນໄປກັນບໍ່ລອດ ສຸດທ້າຍສິ່ງທີ່ເຮົາເຮັດໄດ້ກໍຄືຍອມປ່ອຍເຂົາໄປ ແບບຕ່າງຄົນຕ່າງແຍກຍ້າຍກັນໄປເລີ່ມຕົ້ນຊີວິດໃໝ່ ດີກວ່າເຮົາຄົບກັນໄປແລ້ວມັນເສຍເວລາ ປະມານນີ້.

ຈອນນີ້ ຍັງບອກອີກວ່າ: ຕົນເອງມີ ຕ່າຍ ອາກາດ ເປັນໄອດໍ້ໃນການຮ້ອງເພງ ຕົນເອງຕິດຕາມຜົນງານເພງອ້າຍມາຕະຫຼອດ ແລະ ຢາກເປັນນັກຮ້ອງທີ່ມີຊື່ສຽງ ແລະ ມີຄຸນນະພາບລະດັບປະເທດແບບອ້າຍຕ່າຍ.

ສຸດທ້າຍນີ້ ຈອນນີ້ ກໍຢາກຝາກເປັນກຳລັງໃຈໃຫ້ນ້ອງໆໝູ່ເພື່ອນທຸກຄົນ ທີ່ມີຄວາມຝັນ ຢ່າອາຍ ເຮົາຈົ່ງລົງມືເຮັດແຕ່ຕອນນີ້ເລີຍ ເພາະຊີວິດຄົນເຮົາມັນບໍ່ແນ່ນອນ ຖ້າເຮົາມີແຕ່ຄວາມຝັນແລ້ວເຮົາບໍ່ລົງມືເຮັດ ເຮົາກໍໄດ້ພຽງຝັນ ຈົ່ງກ້າທີ່ຈະເຮັດໃນສິ່ງທີ່ເຮົາມັກ ແລະ ມີຄວາມສຸກກັບມັນ ຕອນນີ້ກຳລັງກຽມເຮັດເພງທີ 2 ຢູ່ ຝາກທຸກຄົນຕິດຕາມແດ່ເດີ ທາງຊ່ອງຢູ່ທູບ KVC Music.

page:KVC Music, Facebook: Joneny Kpn ,Tiktok: Joneny kpn, Ig:Joneny57.

[ ຮູບ: Joneny Kpn ]