ດີໃຈນຳນ້ອງໆ 13 ຄົນ ນັກຮຽນເກັ່ງຊັ້ນ ມ7 ຂັ້ນນະຄອນຫຼວງວຽງຈັນ

22 Apr 2022

ຄລິກແຊຣ໌ 0 Facebook WhatsApp

ຄຳວ່າປະສົບຜົນສຳເລັດໃນໄວຮຽນກໍ່ຄືການທີ່ເປັນນັກຮຽນດີ, ຮຽນເດັ່ນ, ຮຽນເກັ່ງ ກໍ່ຈະເກີດຄວາມພາກພູມໃຈຂອງພໍ່ ແມ່ ທັງຄູບາອາຈານຜູ້ທີ່ສິດສອນ ແລະ ກໍ່ຈະເປັນທີ່ກ່າວຂານ, ຍົກຍ້ອງ, ໄວ້ວາງໃຈຈາກສະຖາບັນໄດ້ສິດໃນການເຂົ້າສອບເສັງນັກຮຽນເກັ່ງໃນແຕ່ລະໆດັບ.

ໃນວັນທີ 21 ເມສາ 2022 ຂະແໜງມັດທະຍົມພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ແຈ້ງຜົນການສອບເສັງນັກຮຽນເກັ່ງລະດັບນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2021-2022 ຊັ້ນ ມ7, ມ4 ແລະ ປ5 ທົ່ວນະຄອນຫຼວງວຽງຈັນ ອັນດັບທີ 1-3 ໃນແຕ່ລະວິຊາທີ່ນ້ອງໆຈາກໂຮງຮຽນຕ່າງໆສາມາດຄວ້າມາໄດ້ ແລະ ກໍ່ຕ້ອງຂໍຍ້ອງຍໍຊົມເຊີຍ ແຕ່ມື້ນີ້ທີມຂ່າວຈະສະເໜີນ້ອງທີ່ຢູ່ຊັ້ນ ມ7 ກ່ອນ.

ສຳລັບລາຍຊື່ນັກຮຽນເກັ່ງທີ່ສາມາດຍາດລາງວັນມາໄດ້ມີດັ່ງນີ້: ນາງ ພອນໄພລັກ ໄຊຊະນະ ຈາກໂຮງຮຽນ ມສ ວິຣະຖາວອນ ນັກຮຽນເກັ່ງ ອັນດັບ 1 ວິຊາ ພາສາລາວ-ວັນນະຄະດີ, ທ້າວ ເຕລີ ລໍເບຼຍຢາວ ຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ ນັກຮຽນເກັ່ງອັນດັບ 1 ວິຊາ ຄະນິດສາດ, ທ້າວ ລີປໍຢ່າງ ເຍ່ຍກົວ ຈາກໂຮງຮຽນ ມສ ວຽງຈັນ ນັກຮຽນເກັ່ງອັນດັບ 1 ວິຊາ ຟີຊິກສາດ, ທ້າວ ທົງທໍ່ ໄຊກົວ ຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ ນັກຮຽນເກັ່ງອັນດັບ 1 ວິຊາ ເຄມີສາດ.


ທ້າວ ມັກມີພົນ ໄຊຊະນະ ຈາກໂຮງຮຽນ ມສ ວິຣະຖາວອນ ນັກຮຽນເກັ່ງອັນດັບ 2 ວິຊາ ຟີຊິກສາດ, ທ້າວ ສຸກສັນ ດວງພິລາມີ ຈາກໂຮງຮຽນ ມສ ນາຄວາຍ ນັກຮຽນເກັ່ງອັນດັບ 2 ວິຊາ ຄະນິດສາດ, ນາງ ອະນັນທະພອນ ສູນທອນ ຈາກໂຮງຮຽນ ມສ ປາດຖະໜາ ນັກຮຽນເກັ່ງອັນດັບ 2 ວິຊາ ພາສາລາວ-ວັນນະຄະດີ, ທ້າວ ທະວັດໄຊ ຜາຍປະເສີດ ຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ ນັກຮຽນເກັ່ງອັນດັບ 2 ວິຊາ ເຄມີສາດ, ນາງ ເຈິນທິ ຫງວຽນ ຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ ນັກຮຽນເກັ່ງອັນດັບ 2 ວິຊາ ເຄມີສາດ.

ທ້າວ ວາຊິລີ ສິງດາລາ ຈາກໂຮງຮຽນ ມສ ສິນໄຊ ນັກຮຽນເກັ່ງອັນດັບ 3 ວິຊາ ຄະນິດສາດ, ທ້າວ ພອນແກ້ວ ແກ້ວມະນີ ຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ ນັກຮຽນເກັ່ງອັນດັບ 3 ວິຊາ ຟີຊິກສາດ, ນາງ ສຸວະນິດາ ແກ້ວທອງນິນ ຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ ນັກຮຽນເກັ່ງອັນດັບ 3 ວິຊາ ພາສາລາວ-ວັນນະຄະດີ, ນາງ ໄມຕົ່ງ ວ່າງ ຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ ນັກຮຽນເກັ່ງອັນດັບ 3 ວິຊາ ເຄມີສາດ

ເຊື່ອວ່າພໍ່ແມ່ຕ້ອງພາກພູມໃຈເປັນທີ່ສຸດ ແລະ ຝາກໄວ້ສຳລັບນ້ອງໆທີ່ກຳລັງເປັນນັກຮຽນນັກສຶກສາ ຈົ່ງພາກັນຕັ້ງໃຈສຶກສາຮ່ຳຮຽນ ເພື່ອໃຫ້ຕົນເອງກາຍເປັນຜູ້ທີ່ມີຄວາມຮູ້ ຄວາມມຸ້ງໝັ້ນຕັ້ງໃຈບໍ່ໄດ້ເຮັດໃຫ້ຜິດຫວັງຢ່າງແນ່ນອນ ສ່ວນນ້ອງທີ່ຕົກຮອບໄປ ເຖິງຈະໄປບໍ່ເຖິງຈຸດໝາຍວ່ານັກຮຽນເກັ່ງຂອງສະຖາບັນ ແຕ່ເຊື່ອວ່າພວກນ້ອງຄືນັກຮຽນເກັ່ງ ແລະ ເປັນທີ 1 ຂອງພໍ່ແມ່ສະເໝີ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ