ຕຳຫຼວດຕັ້ງດ່ານ ບໍ່ແມ່ນເປັນການສວຍໂອກາດ ແຕ່ເປັນໜ້າທີ່

22 Apr 2022

ຄລິກແຊຣ໌ 0 Facebook WhatsApp

ເລື່ອງຕຳຫຼວດຕັ້ງດ່ານຈະເວົ້າໄປກໍ່ເປັນການປະຕິບັດໜ້າທີ່ວິຊາສະເພາະຂອງເພິ່ນ ແລະມີປະຈຳຕາມສາຍທາງຕ່າງໆ ບໍ່ວ່າຍາມມີງານບຸນ ຫຼື ມື້ທົ່ວໆໄປ ແຕ່ກໍ່ຍັງມີປະຊາຊົນຈຳນວນໜຶ່ງບໍ່ເຂົ້າໃຈ ແລະເວົ້າໃສ່ຮ້າຍເຈົ້າໜ້າທີ່ ວ່າເປັນການສວຍໂອກາດຫາເງິນ ເຊີ່ງເປັນການສ້າງຄວາມເສຍຫາຍຕໍ່ພາບພົດຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ.

ຕໍ່ຫາງສຽງທີ່ເກີດຂຶ້ນ ພັອ ກົງສີ ສຸວັນນະຕຸ້ມ, ຫົວໜ້າກົມຕໍາຫຼວດຈະລາຈອນ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ຊີ້ແຈງໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 18 ເມສາ 2022 ວ່າ: ຄວາມຈິງແລ້ວຜູ້ໃຊ້ລົດໃຊ້ຖະໜົນມີຄວາມເຂົ້າໃຈດີແລ້ວກ່ຽວກັບຕຳຫຼວດຈະລາຈອນທີ່ປະຕິບັດຕາມສິດ ແລະ ພາລະບົດບາດກໍານົດໄວ້ໃນມາດຕາທີ 28 ຂອງກົດໝາຍວ່າດ້ວຍການຈະລາຈອນທາງບົກ ໃຫ້ສາມາດຕັ້ງຈຸດກວດກາຍານພາຫະນະທີ່ສັນຈອນທາງບົກ ໂດຍມີສິດກວດກາໃບຂັບຂີ່, ທະບຽນລົດ, ໃບກວດກາເຕັກນິກລົດ, ປະກັນໄພລົດ, ລວມເຖີງກວດ ກາທາດເຫລົ້າຂອງຜູ້ຂັບຂີ່, ການໃສ່ສາຍຮັດນິລະໄພ ແລະ ການບັນທຸກເກີນ.

ແຕ່ໄລຍະຜ່ານມາຫາງສຽງທີ່ວ່າເຈົ້າໜ້າທີ່ ຕໍາຫຼວດຈະລາຈອນໄປຕັ້ງດ່ານເພື່ອຫາເງິນໃຫ້ຕົນເອງເກີດຂຶ້ນຢ່າງຕໍ່ເນື່ອງ, ເຊີ່ງນີ້ຖືເປັນການເຂົ້າໃຈທີ່ບໍ່ຖືກຕ້ອງ ເພາະຄົນທີ່ເວົ້າແບບນີ້ບໍ່ສະແດງຕົນໂຕຕາມຈຸດທີ່ເຈົ້າໜ້າທີ່ຢາກໃຫ້ເວົ້າ, ຖ້າຢາກຕໍານິສົ່ງຂ່າວຕໍາຫຼວດຈະລາຈອນແທ້ແມ່ນສາມາດເຂົ້າໄປຫາຫົວໜ້າກົມຕໍາຫຼວດຈະລາຈອນໄດ້ເຊີ່ງທ່ານພ້ອມໃຫ້ການຮ່ວມມື.

ພັອ ກົງສີ ສຸວັນນະຕຸ້ມ ກ່າວຕື່ມວ່າ: ຖ້າຜູ້ໃຊ້ລົດໃຊ້ຖະໜົນໃນເວລາເດີນທາງທຸກຄັ້ງ ມີເອກະສານຄົບຖ້ວນ ແລະ ຍັງຢູ່ໃນກໍານົດເວລາ, ລວມເຖີງຂັບຂີ່ຖືກຕ້ອງຕາມລະບຽບຈະລາຈອນ ແລະ ບໍ່ມຶນເມົາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແມ່ນບໍ່ສາມາດປັບໃຫມໄດ້ແຕ່ຢ່າງໃດ, ແຕ່ຖ້າເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ເປັນຕົ້ນ: ໃບຂັບຂີ່ໝົດກໍານົດ, ໃບກວດກາເຕັກນິກໝົດກໍານົດ ແລະ ອື່ນໆ ຕໍາຫຼວດຈະລາຈອນ ຈໍາເປັນຕ້ອງປັບໃໝຕາມລະບຽບການ ຫລື ດໍາລັດການປັບໃໝທີ່ກໍານົດໄວ້ຢ່າງຊັດເຈນ ໂດຍມີໃບບິນຈາກການຈັດຕັ້ງຂັ້ນເທີງມອບໝາຍໃຫ້ຢ່າງລະອຽດ.

ພ້ອມນີ້ ທ່ານກ່າວຢໍ້າວ່າ: ສໍາລັບຜູ້ທີ່ມັກວິພາກວິຈານ ຫລື ເວົ້າແນວບໍ່ດີກ່ຽວ ກັບເລື່ອງນີ້ ຂໍໃຫ້ສະແດງຕົນໂຕ ແລະ ສະແດງຫລັກຖານຢ່າງຄັກແນ່ວ່າເຈົ້າໜ້າທີ່ຕໍາຫຼວດຈະລາຈອນປັບໃໝເອົາເງິນຜູ້ໃຊ້ລົດໃຊ້ຖະໜົນແບບບໍ່ຖືກຕ້ອງຕາມລະ ບຽບການ ເພາະທຸກການປັບໃໝຂອງເຈົ້າໜ້າທີ່ແມ່ນມີດໍາລັດການປັບໃໝເປັນບ່ອນອີງຢ່າງລະອຽດຊັດເຈນຢູ່ແລ້ວ.
ຂໍ້ມູນຈາກ: Lao Youth FM90

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ