ມຽນມາ ອະໄພຍະໂທດແກ່ນັກໂທດ 1.600 ກວ່າຄົນ

57

ສະຖານີໂທລະພາບມຽນມາ ລາຍງານໃນວັນທີ 17 ເມສາ 2022 ວ່າມີນັກໂທດ 1.619 ຄົນ, ໃນນີ້ມີນັກໂທດຊາວຕ່າງປະເທດ 42 ຄົນ ໄດ້ຮັບອະໄພຍະໂທດ ແລະ ປ່ອຍຕົວໃນໄລຍະເທສະການປີໃໝ່ ເຊິ່ງຖືເປັນເທສະການສຳຄັນຂອງຊາວມຽນມາ,

ແນວໃດກໍຕາມນັກໂທດທີ່ໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວຄັ້ງນີ້ຍັງໜ້ອຍກວ່າປີຜ່ານມາ ທີ່ໄດ້ຮັບອິດສະຫຼະພາບເຖິງ 23.000 ຄົນ.

ແນວໃດກໍຕາມ, ຜູ້ທີ່ໄດ້ຮັບອະໄພຍະໂທດ ແລະ ປ່ອຍຕົວເປັນອິດສະຫຼະພາບຄັ້ງນີ້ ບໍ່ມີນັກໂທດຄະດີການເມືອງ ແລະ ຜູ້ຊຸມນຸມປະທ້ວງຕໍ່ຕ້ານການຢຶດອຳນາດຂອງກອງທັບມຽນມາແຕ່ຢ່າງໃດ.