ທ່ານ ປະທານປະເທດເຂົ້າຮ່ວມພິທີຄອບໄຂວ່ພະບາງ ໃນ ພສ 2565

117

ພິທີຄອບໄຂ່ວພຣະບາງ ແລະຫົດສົງພຣະບາງ ປະຈຳປີ ຈສ 1384 ພສ​ 2565 ( ຄສ 2022 ) ທີ່ຫໍພຣະບາງໃນຕອນເຊົ້າວັນທີ 17 ເມສາ 2022 ນີ້ໂດຍການເຂົ້າຮ່ວມຂອງ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ.

ຈາກນີ້ໃນພິທີ ອະຣາດທະນາ ອົງພຣະບາງ ຢູ່ຫໍພິພິທະພັນແຫ່ງຊາດ ຫຼວງພຣະບາງ (ຫໍພຣະບາງ) ຍັງມີການນຳຂັ້ນແຂວງ, ຂັ້ນນະຄອນ, ຂັ້ນເມືອງ ແລະ ຄະນະ ອພສ ແຂວງຫຼວງພຣະບາງ ຕະຫຼອດຮອດນາຍບ້ານ ແລະ ປະຊາຊົນທ້ອງຖິ່ນກໍ່ໃຫ້ກຽດເຂົ້າຮ່ວມຢ່າງຫຼວງຫຼາຍ.


ຂ່າວຈາກຂ່າວສານຫຼວງພະບາງລາຍງານວ່າ: ພສ 2565 ເປັນອີກປີຫນຶ່ງ ທີ່ບໍ່ໄດ້ອະຣາດທະນາພຣະບາງລົງຫົດສົງທີ່ວັດໃຫມ່ ສຸວັນນະພູມາຣາມ ຄືດັ່ງທຸກໆປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແຕ່ກໍ່ມີພິທີຄອບໄຂວ່ ຫົດສົງພາຍໃນຫໍພຣະບາງນັ້ນເລີຍ ເຊິ່ງນີ້ກໍ່ແມ່ນຮູບພາບ ໃນພິທີໃນມື້ນີ້ ວັນທີ 17 ເມສາ 2022 .