ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີອາລາດທະນາອົງພະບາງ ທີ່ຫຼວງພະບາງ

306

ເປັນປະຈຳທຸກປີ ເມື່ອຮອດປີໃໝ່ລາວ ໜຶ່ງກິດຈະກຳທີ່ພາດບໍໄດ້ນັ້ນຄືການອາລາດທະນາອັນເຊີນ ພະບາງ ພະຄູ່ບ້ານຄູ່ເມືອງຂອງຊາວຫຼວງພະບາງລົງ ເພື່ອໃຫ້ປະຊາຊົນໄດ້ມາຫົດສົງເປັນສີລິມຸງຄຸນແກ່ຊີວິດ.


ແລະປີນີ້ໃນວັນທີ 16 ເມສາ 2022 ນີ້ ການນຳແຂວງຫຼວງພະບາງ ນຳໂດຍທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ອອກໄປຕ້ອນຮັບ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ເດີນທາງດ້ວຍລົດໄຟໂດຍສານ ຈາກນະຄອນຫຼວງວຽງຈັນມານະຄອນຫຼວງພະບາງ ເພື່ອເຂົ້າຮ່ວມພິທີ ອາລາດທະນາ ອົງພຣະບາງ ຢູ່ຫໍພິພິທະພັນແຫ່ງຊາດຫຼວງພະບາງ(ຫໍພຣະບາງ).

ພິທີອັນມີຄວາມໝາຍນີ້ແມ່ນຈະໄດ້ຈັດຂຶ້ນໃນວັນທີ 17 ເມສາ 2022 ນີ້ທີ່ຫໍພິພິຕະພັນແຫ່ງຊາດຫຼວງພະບາງ ກໍ່ຄືຫໍພະບາງ.