ປູຕີນປ່ຽນແຜນໃຫ້ຣັດເຊຍສົ່ງພະລັງງານຂາຍໃຫ້ເອເຊຍ ແລະອາຟຣິກາແທນຢູໂຣບ

187
FILE - A Russian construction worker speaks on a mobile phone during a ceremony marking the start of Nord Stream pipeline construction in Portovaya Bay some 170 kms (106 miles) north-west from St. Petersburg, Russia on April 9, 2010. Germany’s new government has found itself facing a mountain of problems in relation to Russia since taking office last month. Germany’s foreign minister made a flying visit to Washington on Wednesday to highlight the common stance between her government and the United States on Russia. (AP Photo/Dmitry Lovetsky, File)

ທຸກວັນນີ້ມັນ ທັງນ້ຳມັນ ແລະອາຍແກັສກຳລັງຢູ່ໃນຂັ້ນວິກິດ ການສະໜອງບໍ່ພໍກັບຄວາມຕ້ອງການເຮັດໃຫ້ລາຄາຖີບຕົວສູງຂຶ້ນຢ່າງບໍ່ເຄີຍມີມາກ່ອນ ອັນເນື່ອງມາຈາກອັດຕາເງິນເຟິ້ ແລະຂໍ້ຂັດແຍ້ງທາງການເມືອງລະຫວ່າງຣັດເຊຍ ແລະຢູເຄຣນ.

ແນວໃດກໍ່ຕາມຈາກເຫດການທີ່ເກີດຂຶ້ນ ທ່ານ ວາລາດິເມຍ ປູຕີນ ປະທານາທິດີຂອງ ຣັດເຊຍ ອອກມາໃຫ້ສຳພາດວ່າ ບັນດາປະເທດໃນພາກພື້ນຕາເວັນຕົກຈະພະຍາຍາມຫຼຸດການເພິ່່ງພາສົ່ງອອກພະລັງງານຈາກປະເທດຣັດເຊຍ ຊຶ່ງຈະສົ່ງຜົນຕໍ່ເສດຖະກິດໂລກ ແລະ ຣັດເຊຍ ຄວນປ່ຽນເສັ້ນທາງການສົ່ງພະລັງງານໄປສູ່ປະເທດໃນເອເຊຍໃຫ້ຫຼາຍຂື້ນ.


ທ່ານ ວາລາດິເມຍ ປູຕີນ ໄດ້ກ່າວຜ່ານທາງໂທລະພາບແຫ່ງ ລາຊະອານາຈັກຂອງຣັດເຊຍ ວ່າ ພວກເຮົາຕ້ອງດໍາເນີນການບົນພຶ້ນຖານໃນອະນາຄົດໃກ້ໆນີ້ ຫຼັງບັນດາປະເທດຕາເວັນຕົກເພີ່ງພາພະລັງງານຫຼຸດລົງ ເຮົາຈໍາເປັນຕ້ອງໄດ້ກະຈາຍການສົ່ງອອກໄປສູ່ຕະຫຼາດທີ່ເຕີບໂຕໄດ້ໄວໂດຍສະເພາະໃນເຂດພູມີພາກ.

ເປັນທີ່ຮູ້ດີກັນວ່າປະເທດຊາດຕາເວັນຕົກໄດ້ກໍານົດມາດຕະການຄວໍ້າບາດໃນດ້ານການເງິນຕໍ່ຣັດເຊຍຢ່າງກວ້າງຂວາງ ເພື່ອສະແດງອອກເຖິງຄວາມບໍ່ເຫັນດີເຫັນພ້ອມທີ່ຣັດເຊຍຮຸກຮານຢູເຄຣນເມື່ອວັນທີ 24 ກຸມພາ ຜ່ານມາ  ນອກຈາກນັ້ນຍັງປະກາດຫຼຸດການນໍາເຂົ້ານໍ້າມັນ, ແກັສ ແລະ ຖ່ານຫີນ ຈາກຣັດເຊຍ.

ເຖີງແມ່ນວ່າ ລັດເຊຍ ຈະເປັນປະເທດ 1 ໃນ 10 ປະເທດໃນການຜະລິດນໍ້າມັນຫຼາຍທີ່ສຸດໃນໂລກ ແລະ ເປັນ 1 ໃນ 5 ປະເທດທີ່ຜະລິດແກັສ ແຕ່ ທ່ານ ວາລາດິເມຍ ປູຕີນ ເຫັນວ່າ ຄວນເດີນໜ້າຕໍ່ ແລະ ປ່ຽນທິດທາງການສົ່ງອອກສູ່ຕະຫຼາດທີ່ມີການເຕີບໂຕໄວ ເຊັ່ນ ພຸມມີພາກທາງຕອນໃຕ້ ແລະ ຕະເວັນອອກ.

ດ້ວຍຄວາມພະຍາຍາມຂອງປະເທດຕາເວັນຕົກທີ່ກົດດັນການຕອບສະໜອງຕໍ່ຣັດເຊຍດ້ວຍທາງເລືອກແຫຼ່ງພະລັງງານອື່ນໆ ຈະສົ່ງຜົນກະທົບຕໍ່ເສດຖະກິດທົ່ວໂລກຢ່າງຫຼີກລຽງບໍ່ໄດ້.

ທີ່ຜ່ານມາສະຫະພາບຢູໂຣບຕ້ອງເພິ່ງພາແກັສຊາດທຳມະຊາດຈາດຣັດເຊຍຄິດເປັນ 40% ຂອງຄວາມຕ້ອງການທັງໝົດ ແລະການຖືກຄວ້ຳບາດໄດ້ກະທົບຕໍ່ການສົ່ງອອກພະລັງງານທີ່ມີຄວາມສັບຊ້ອນໃນເລື່ອງການຈັດຫາເງິນທຶນ ແລະການສົ່ງອອກຕາມຂໍ້ຕົກລົງ.

ອີກທັ້ງປູຕີນໃຫ້ເລັ່ງໂຄງການໂຄງສ້າງທາງພື້ນຖານບໍ່ວ່າເປັນລົດໄຟ, ທ່າເຮືອ ທີ່ຈະປ່ຽນເສັ້ນທາງຂົນສົ່ງນ້ຳມັນ ແລະແກັສໄປຍັງຕະຫຼາດຕາເວັນອອກ ແລະໃຕ້ ໂດຍໃຫ້ໄດ້ນຳສະເໜີແຜນພາຍໃນວັນທີ 1 ມິຖຸນາທີ່ຈະມາເຖິງນີ້ ທີ່ຈະຂະຫຍາຍໂຄງສ້າງພື້ນຖານດ້ານດ້ານຂົນສົ່ງໄປຍັງປະເທດອາຟຣິກາ, ອາເມລິກາລາຕິນ ແລະເອເຊຍ.

.