ມີແຮງຍ່າວ! ເຫັນເອື້ອຍອ້າຍຕຳຫຼວດແຕ່ງຊຸດໜ້າຮັກທັກທາຍຜູ້ຂັບຂີ່ໃຫ້ໄປຮອດປອດໄພ

185

ປີນີ້ທຸກຄົນສູ້ກັບໂຄວິດມາຫຼາຍແລ້ວ ປີໃໝ່ເຈົ້າໜ້າທີ່ຕຳຫຼວດເຮັດໜ້າທີ່ຂອງຕົນຢ່າງໜ້າຮັກສ້າງສັນ ເພື່ອຄອຍສົ່ງ ແລະເຕຶອນບັນດານັກຂັບຂີ່ໃຫ້ໄປຮອດມາເຖິງຈຸດໝາຍປາຍທາງ.

ໂດຍໃນໄລຍະຊ່ວງບຸນປີໃໝ່ລາວ ພສ. 2565 (7 ວັນອັນຕະລາຍ), ວັນທີ 13 ເມສາ 2022 ທ່ານ ບຸນຍະວັດ ນິລະໄຊຍ໌, ຮອງຫົວໜ້າກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ, ຫົວໜ້າກົມຕໍາຫຼວດຈະລາຈອນ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະໄດ້ສົມທົບຮ່ວມກິດຈະກໍາໂຄສະນາ ກ່ຽວກັບ ຄວາມປອດໄພທາງຫຼວງ.

ຢູ່ກັບຈຸດກວດກາເສັ້ນທາງເລກທີ 13 ໃຕ້ ຢູ່ເມືອງທ່າພະບາດ, ແຂວງບໍລິຄໍາໄຊ, ຈຸດປະສົງ ເພື່ອລົງໂຄສະນາ, ເຜີຍແຜ່ ປູກຈິດສຳນຶກ ແລະ ເຕືອນສະຕິ ໃຫ້ຜູ້ນຳໃຊ້ລົດໃຊ້ຖະໜົນ.

ອັນສຳຄັນແມ່ນໃຫ້ປະຕິບັດຕາມກົດຈະລາຈອນ ແລະ ການແນະນຳ ຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເພື່ອໃຫ້ທ່ານເດີນທາງກັບຖິ່ນຖານບ້ານເກີດ ໃນຊ່ວງປິໃໝ່ລາວ ໃຫ້ມີຄວາມປອດໄພ ແລະ ເດີນທາງດ້ວຍຄວາມສະຫວັດດີພາບ.