ປີໃໝ່ ໄຊຊະນະໃໝ່ ປອດໄພຈາກໂຄວິດ-19

235

ໃນທີ່ສຸດເວລາກໍໝູນວຽນໄປຕາມກົດເກນຂອງທຳມະຊາດກ້າວເຂົ້າສູ່ປີໃໝ່ລາວ ຈສ 1384; ພສ 2565.
ອີງຕາມຮີດຄອງປະເພນີ ທີ່ສືບຕໍ່ກັນມາໃນແຕ່ລະປີເພິ່ນຈະມີຄຳທຳນາຍ ສຳລັບຄຳທຳນາຍເຊິ່ງຄຳນວນໂດຍ: ສາທຸ ບຸນທັນ ປຸນຍະກາມະ ເຖຣະ ວັດປ່າໂພນເພົາວະນາຣາມ, ນະຄອນຫຼວງພະບາງນັ້ນມີດັ່ງນີ້:
ຄໍາທໍານາຍນາງສັງຂານປີໃໝ່ລາວ ຈສ1384, ຄສ 2022, ພສ 2565

ບຸນປີໃໝ່ລາວ ຊຸມປີຜ່ານມາ

ວັນສັງຂານລ່ວງ: ວັນພະຫັດ ຂຶ້ນ 15 ຄໍ່າ, ເດືອນ 5, ພ.ສ 2564 ກົງກັບວັນທີ 14 ເມສາ 2022, ເວລາ 9 ໂມງ 52 ນາທີ 12 ວິນາທີ
ວັນສັງຂານເນົາ: ວັນສຸກ ຂຶ້ນ 14 ຄ່ຳ, ເດືອນ5, ພ.ສ 2564 ກົງກັບວັນທີ່ 15 ເມສາ 2022 (ເນົາວັນດຽວ)
ວັນສັງຂານຂຶ້ນ: ວັນເສົາ ຂຶ້ນ 15 ຄ່ຳ, ເດືອນ 5, ພ.ສ 2564 ກົງກັບວັນທີ່ 16 ເມສາ 2022, ເວລາ 13 ໂມງ 49 ນາທີ 48 ວິນາທີ ປ່ຽນວັນຖະເຫລີງ ສົກປີໃໝ່ລາວຈຸນລະສັກກະຣາດເປັນ1384
ນາງສັງຂານ: ນາງເທພທິດາອົງທີ 5 ຂອງພຣະຍາ ກະບິນລະພຣົມ ຊົງພຣະນາມວ່າ : “ກິຣິນີເທວີ” ຊົງ ພະຫຸຣັດທັດດອກມົນທາ ອາພອນປະດັບໄປດ້ວຍ ແກ້ວມໍຣະກົດ (ແກ້ວສີຂຽວ) ສະເຫວີຍຖົ່ວງາ ເປັນອາຫານ, ພຣະຫັດຂວາຊົງຖືຂໍຊ້າງພຣະຫັດ ຊ້າຍຊົງຖືປືນ, ສະເດັດຢືນມາເທິງຫຼັງຊ້າງເປັນ ພາຫະນະ(ຂີ່ຊ້າງ)

ເກນພິຣຸນນະສາດ: ພຣະອາທິດເປັນອະທິບໍດີ, ນາກຫຼິ້ນນ້ຳ 4 ໂຕ ບັນດານໃຫ້ຝົນຕົກ 400 ຫ່າ,ໃນ ນີ້ຕົກໃນຂອບຈັກກະວານ 160 ຫ່າ ຕົກໃນປ່າ ຫິມະພານ 120 ຫ່າ, ຕົກໃນມະຫາສະໝຸດ 80 ຫ່າ, ຕົກໃນມະນຸດໂລກ 40 ຫ່າ (ຝົນໜ້ອຍ)
ເກນທາຣາທິຄຸນ: ຕົກຣາສີເຕໂຊ, ນ້ຳຈະໜ້ອຍ, ຝົນຕົ້ນປີຈະຕົກພໍດີ – ກາງປີຈະແລ້ງ – ປາຍປີຈະຕົກ ຫຼາຍ, ນາລຸ່ມຈະດີແຕ່ນາໂພນບໍ່ດີ, ຈະມີລົມພັດແຮງທີ່ສຸດມາຈາກທິດທັງ 4 ຕາມລະດູການ
ເກນທັນຍາຫານ: ຊື່ວ່າ ປັຈສິມະ, ເຂົ້າກ້າໄຮ່ນາຈະໄດ້ແຕ່ 1 ສ່ວນ ເສຍໄປ 5 ສ່ວນ, ໂພຊະນີຍາຫານມີພໍຄວນ, ປະຊາຊົນພົນລະເມືອງຈະສຸກແດ່ ທຸກແດ່ ປະປົນກັນໄປ
ເກນຜະລາມັດສະມັງສາຫານ: ໝາກໄມ້ຈະເປັນ ດ້ວງເປັນແມງ ຈໍານວນຫລາຍ, ຊີ້ນປາອາຫານຈະແພງ
ເກນຣຸກຂະຊາດ: ໄມ້ງິ້ວເປັນພະຍາ, ບ້ານເມືອງຈະສະຫງົບສຸກດີ ແຕ່ຟ້າຝົນບໍ່ສູ້ດີປານໃດ
ເກນກາລະໂຍກ: ວັນພຸດເປັນທຸງໄຊ, ວັນອັງຄານເປັນອະທິບໍດີ, ວັນອາທິດເປັນວັນອຸບາດ, ວັນພະຫັດເປັນໂລກາວິນາດ
ສ່ວນທາງການນັ້ນ ອີງຕາມແຈ້ງການເລກທີ 367/ຫສນຍ ລົງວັນທີ 23 ມີນາ 2022 ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີນັ້ນມີ 2 ຈຸດສຳຄັນຄື:

ບຸນປີໃໝ່ລາວ ຊຸມປີຜ່ານມາ

1. ເຫັນດີ ກໍານົດເອົາວັນພຸດ ທີ 13 ເມສາ 2022 ເປັນວັນພັກຊົດເຊີຍປີໃໝ່ລາວ ປີ 2022 ທົດແທນວັນເສົາ ທີ 16 ເມສາ 2022 ຊຶ່ງເປັນວັນພັກລັດຖະການ. ການສະຫຼອງປີໃໝ່ ຕ້ອງບົນຈິດໃຈປະຢັດມັດທະຍັດທີ່ສຸດ ແລະ ບໍ່ໃຫ້ສໍານັກງານອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດງານລ້ຽງສະຫຼອງປີໃໝ່ ແລະ ອວຍພອນກັນ ຢ່າງເດັດຂາດ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ.
2. ມອບໃຫ້ຄະນະສະເພາະກິດ Covid-19 ຂັ້ນສູນກາງ, ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເປັນຜູ້ຕົກລົງ ແລະ ອອກແຈ້ງການແນະນໍາລະອຽດ ເພື່ອໃຫ້ທຸກພາກສ່ວນກ່ຽວຂ້ອງຮັບຊາບ ແລະ ຈັດຕັ້ງປະຕິບັດກ່ຽວກັບມາດຕະການຕ່າງໆ ໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະການສະຫຼອງບຸນປີໃໝ່ລາວ ໂດຍໃຫ້ອີງໃສ່ສະພາບການລະບາດຕົວຈິງຂອງແຕ່ລະບ່ອນ.
ຈາກແຈ້ງການນີ້ວັນພັກຈະແກ່ຍາວຄື: 13-14-15-16-17 ເມສາ 2022; ວັນເລີ່ມເຮັດວຽກແມ່ນ 18 ເມສາ 2022 ເປັນຕົ້ນໄປ.

ເຖິງຈະແມ່ນບຸນປະເພນີ ທີ່ຊາວລາວພວກເຮົາ ມີການສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ໃນແຕ່ລະປີກໍຕາມ ແຕ່ໃນສະພາບການທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງນີ້ ມັນຮຽກຮ້ອງໃຫ້ທຸກຄົນເປັນເຈົ້າການຢ່າງເຂັ້ມງວດຕາມແຈ້ງການຂອງຄະນະສະເພາະກິດແຕ່ລະຂັ້ນເພິ່ນວ່າງອອກ.
ໂດຍສະເພາະແມ່ນການດຳລົງຊີວິດແບບໃໝ່ ທັງນີ້ກໍເພື່ອຄວາມປອດໄພຂອງໝົດທຸກຄົນ.
ໂຊກດີ ປີໃໝ່ ພ້ອມກັນປອດໄພໝົດທຸກທ່ານ ຈາກພະຍາດໂຄວິດ-19
(ໂດຍ: ທິດດີ)