ທ່ານເລຂາທິການໃຫຍ່ ມາສົ່ງພອນປີໃໝ່ພໍ່ແມ່ປະຊາຊົນລາວທົ່ວທັ້ງຊາດຈົ່ງຢູ່ດີມີສຸກ

238

ເນື່ອງໃນໂອກາດສົົ່ງທ້າຍປີເກົ່າ ພ.ສ 2564, ຕ້ອນຮັບປີໃໝ່ ພ.ສ 2565 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄຳອວຍພອນ ປະຊາຊົນລາວທົ່ວປະເທດ, ປະຊາຊົນລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຊາວຕ່າງປະເທດ ທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ຊຶ່ງມີເນື້ອໃນດັ່ງນີ້:


ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !
ປີເກົ່າ ປີສະລຸ ພ.ສ 2564 ກຳລັງຈະຜ່ານໄປ ແລະ ປີໃໝ່ ປີຂານ ພ.ສ 2565 ກຳລັງຈະມາແທນທີ່, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຮ່ວມກັບພໍ່ແມ່ພີ່ນ້ອງຮ່ວມຊາດເຮົາສະເຫຼີມສະຫຼອງ ເພື່ອຕ້ອນຮັບກຸດສົງການປີໃໝ່ ຊຶ່ງຖືເປັນມື້ສັນວັນດີ ແລະ ເປັນສີຣິມຸງຄຸນ ທີ່ປະຊາຊົນລາວເຮົານັບຖື ເປັນຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາຕະຫຼອດມາ.
ຮຽນ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !


ປີສະລຸ ກຳລັງຈະຜ່ານພົ້ນໄປນັ້ນ, ຕ້ອງຖືໄດ້ວ່າເປັນອີກປີໜຶ່ງ ທີ່ປະຊາຊົນລາວທຸກຖ້ວນໜ້າຂອງພວກເຮົາໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ທີ່ໄດ້ເກີດຂຶ້ນໃນປະເທດຂອງພວກເຮົາ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍສາມາດຜ່ານພົ້ນໄດ້ ຊຶ່ງປະເທດເຮົາຍັງປົກປັກຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບທາງສັງຄົມ, ເສດຖະກິດ ກໍຍັງຢູ່ໃນລະດັບກຳລັງຟື້ນຟູ ແລະ ສືບຕໍ່ມີບາດກ້າວຂະຫຍາຍຕົວໃນລະດັບທີ່ແນ່ນອນ.

ປະຊາຊົນເຮົາໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງຮ່ວມໃຈກັນບຸກໜ້າບືນຕົວຜ່ານຜ່າຮ່ວມກັນ, ຮັກສາໄດ້ມູນເຊື້ອສາມັກຄີປອງດອງ, ພ້ອມພຽງກັນປະຕິບັດບັນດາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ມາໄດ້ຢ່າງເປັນໜ້າຊື່ນຊົມ.


ທຸກໆສິ່ງ ທີ່ປະຊາຊົນເຮົາຍາດມາໄດ້ຈາກການຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການໃນປີຜ່ານມານັ້ນ, ມັນເປັນພື້ນຖານອັນສຳຄັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານ, ການດຳລົງຊີວິດຂອງທຸກໆຄົນໃນຊາດ ເພື່ອກ້າວເຂົ້າສູ່ປີໃໝ່ ປີຂານ ພ.ສ 2565 ຈະມາເຖິງນີ້ ດ້ວຍຄວາມຫວັງ ແລະ ກຳລັງໃຈຂອງຄົນໃນຊາດ ເພື່ອປະເຊີນໜ້າກັບສິ່ງທ້າທາຍທົດສອບໃນປີຂານທີ່ຈະມາເຖິງນີ້ ແລະ ເພື່ອນຳເອົາປະເທດຊາດທີ່ແສນຮັກຂອງພວກເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.


ຂໍຖືໂອກາດອັນເລີກງາມຍາມດີນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ ໃຫ້ແກ່ປວງຊົນລາວທຸກຖ້ວນໜ້າໃນທົ່ວປະເທດ, ປະຊາຊົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຊາວຕ່າງປະເທດທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ມີໂຊກໄຊ ແລະ ປາຖະໜາສິ່ງໃດ ກໍຂໍໃຫ້ໄດ້ດັ່ງຄວາມມຸ່ງຫວັງທຸກປະການ ດ້ວຍເທີ້ນ !


ຂໍໃຫ້ທຸກໆທ່ານ ມີສະຕິໃນການສະຫຼອງກຸດສົງການປີນີ້ ຢ່າງລະມັດລະວັງ, ຂໍໃຫ້ປະຕິບັດຕາມຄຳສັ່ງ, ຄຳແນະນຳ ຂອງທາງການຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງທ່ານ ແລະ ຂອງໝົດທຸກໆຄົນ ຂອງພວກເຮົາ.
ໂຊກດີປີໃໝ່ !