ຍ້ອນບໍ່ມີເສົາຫຼັກ ແລະ ຢາກລ້ຽງດູຕົນເອງໄດ້ ຈຶ່ງກ້າວສູ່ອາຊີບອອນລາຍຂອງ ຕ້າ ອາລະຍາ ແມ່ຄ້າອອນລາຍສຸດງາມ

138

ມື້ນີ້ ພາທຸກຄົນມາສ່ອງແມ່ຄ້ານ້ອຍ ແຕ່ສູ້ບໍ່ຖອຍ ໃຊ້ການຂາຍອອນລາຍ ເພື່ອປ່ຽນແປງຊີວິດຕົນເອງໃຫ້ດີຂຶ້ນ ແລະ ຈົນສາມາດເບິ່ງແຍງ ເປັນເສົາຫຼັກໃຫ້ແກ່ຄອບຄົວໄດ້ ພ້ອມນີ້ອາຊີບອອນລາຍຍັງພາໃຫ້ຊີວິດຂອງນ້ອງຄົນນີ້ພົບກັບຈຸດປ່ຽນຫຼາຍຢ່າງ ທໍາຄວາມຮູ້ຈັກແມ່ຄ້າອອນລາຍ ແລະ ເປັນທີ່ຮູ້ຈັກກັນດີໃຫ້ວົງການບັນເທີງລາວເຮົາກັບ ອາລະຍາ ໄຊຍະລາດ ຊື່ຫຼິ້ນ”ຕ້າ” ອາຍຸ19ປີ ອາຊີບນັກສຶກສາ ແລະ ເປັນແມ່ຄ້າອອນລາຍສຸດງາມ ນອກຈາກນີ້ຍັງເປັນແມມເບີສິນລະປິນໃນວົງ Ng Girl ສັງກັດ: Newgen Entertainment ອີກດ້ວຍ.

ທີມຂ່າວບັນເທີງໄດ້ມີໂອກາດ ສໍາພາດນ້ອງຕ້າ ໂດຍນ້ອງໄດ້ເລົ່າວ່າ: ຈຸດເລີ່ມຕົ້ນເລີຍຂອງການຂາຍອອນລາຍ ທໍາອິດແມ່ນເລີ່ມຈາກຢາກຫາລາຍໄດ້ລ້ຽງໂຕເອງບໍ່ຂໍເງິນພໍ່ແມ່ ແຕ່ຈຸດທີ່ປ່ຽນເຮັດໃຫ້ຕົນເອງຫັນມາຕັ້ງໃຈຫາເງິນຄື ພໍ່ແມ່ແຍກທາງກັນ ແລະ ເສດຖະກິດຄອບຄົວບໍ່ດີ, ບໍ່ມີເສົາຫຼັກ ເລີຍເປັນສິ່ງກະຕຸ້ນວ່າເຮົາຄວນຈະຕັ້ງໃຈຫາເງິນ ເພື່ອລ້ຽງຕົນເອງ ແລະ ເປັນເສົາຫຼັກຄອບຄົວໃຫ້ໄດ້ ແລະ ຄ່ອຍໆພັດທະນາໂຕເອງມາຕະຫຼອດ.

ເຊິ່ງການຂາຍອອນລາຍເປັນສິ່ງທີ່ປ່ຽນຊີວິດຕ້າແຮງ ທຳອິດຄືປ່ຽນຄວາມຄິດ ໃຫ້ເປັນຜູ້ໃຫຍ່ຂຶ້ນ ພໍເຮົາມີ Mindset ທີ່ດີ ບວກກັບການລົງມືເຮັດຂອງເຮົາ ມັນກໍຈະໄດ້ຜົນລັບທີ່ດີຕາມມາ ຕອນນີ້ສິ່ງທີ່ຕ້າຝັນໄວ້ຕັ້ງແຕ່ຂາຍອອນລາຍແລກໆ ຄືການທີ່ລ້ຽງໂຕເອງໄດ້ໃນໄວອາຍຸຍັງນ້ອຍ ຮຽນໄປພ້ອມ ຢາກກິນຫຍັງກໍຊື້ກິນເອງ ຢາກໄດ້ຫຍັງກໍຊື້ເອງ ໂດຍທີ່ບໍ່ເພິ່ງພາພໍ່ແມ່ ແລະ ສິ່ງທີ່ເກີນຝັນໄປກ່ອນນັ້ນກໍຄື ພໍ່ ແລະ ແມ່ໄດ້ເພິ່ງພາເຮົາ ສາມາດເປັນເສົາຫຼັກໃຫ້ກັບຄອບຄົວໄດ້ ອັນໃດທີ່ແມ່ບໍ່ເຄີຍກິນ ແຕ່ເຮົາສາມາດຊື້ໃຫ້ແມ່ກິນໄດ້ ລ້ຽງແມ່ໄດ້ໃນໄວອາຍຸເທົ່ານີ້ ສາມາດເຮັດໃຫ້ແມ່ພູມໃຈ ແລະ ເບົາໃຈວ່າເຮົາເອງສາມາດເອົາໂຕລອດ ໄດ້ດ້ວຍແຂນຂາເຮົາເອງມັນເກີນເປົ້າທີ່ຕັ້ງໄວ້ຫຼາຍ.

ຢາກຝາກໃຫ້ຄົນທີ່ສົນໃຈໃນອາຊີບອອນລາຍ ເຂົ້າໃຈວ່າຍຸກສະໄໝປ່ຽນໂລກປ່ຽນ ເຮົາຕ້ອງຕາມໂລກໃຫ້ທັນ ຂາຍອອນລາຍຂາຍຢູ່ໃສກະໄດ້, ຂາຍໂມງໃດກໍໄດ້ ບໍ່ມີເງິນເດືອນ, ບໍ່ມີຊັ້ນຕຳແໜ່ງ, ບໍ່ມີຫຼັກຄໍ້າປະກັນວ່າໝັ້ນຄົງ ແຕ່ກໍປ່ຽນຊີວິດຂອງຫຼາຍໆຄົນມາ.

ສຳລັບໂຕຕ້າອາຊີບອອນລາຍບໍ່ແມ່ນອາຊີບເສີມ ແຕ່ສາມາດປ່ຽນເປັນອາຊີບຫຼັກໄດ້ ແຕ່ການຈະປ່ຽນຈາກອາຊີບເສີມເປັນອາຊີບຫຼັກໄດ້ນັ້ນ ກໍຕ້ອງໃຊ້ໃຈທຸ້ມເທກັບອາຊີບນີ້ ສິ່ງທີ່ສຳຄັນທີ່ສຸດຄືເຊື່ອໝັ້ນໃນໂຕເອງ ແລະ ສັດທາໃນສິ່ງທີ່ໂຕເອງເຮັດ ຢ່າຢຸດພະຍາຍາມ ຢ່າຢຸດພັດທະນາໂຕເອງ ບໍ່ມີໃຜທີ່ເກັ່ງມາແຕ່ເລີ່ມ ທຸກຄົນກໍຕ່າງຮຽນຮູ້ , ອົດທົນ ແລະ ໃຊ້ຄວາມພະຍາຍາມກັນທັງນັ້ນ ມັນບໍ່ມີຫຍັງໄດ້ມາງ່າຍໆ ແຕ່ກໍບໍ່ມີຫຍັງທີ່ມັນເກີນຄວາມພະຍາຍາມເຮົາແນ່ນອນ.

ສໍາລັບຜົນງານຂອງສາວຄົນນີ້ກໍມີຢາກຫຼາກຫຼາຍໃຫ້ໄດ້ຊົມກັນທັງຜົນງານເພງ, ຖ່າຍໂຄສະນາ, ຣີວິວ ແລະ ອີກຫຼາຍຢ່າງເລີຍ ແລະ ກິດຈະກຳຍາມຫວ່າງແມ່ນ ມັກຟັງເພງ, ຊ້ອມເຕັ້ນ ແລະ ຄິດຄອນເທັນເຮັດແນວໃດຊິສຳເລັດ (ເພາະໃນສະໝອງມີແຕ່ເລື່ອງເງິນ555) ສຸດທ້າຍກໍຂໍຝາກຜົນງານວົງ Ng Girl ສາມາດຕິດຕາມໄດ້ທາງເພດເຟດບຸກ ແລະ ໃນໄວໆນີ້ກໍຈະມີຜົນງານເພງສອງອອກມາໃຫ້ໄດ້ຟັງກັນ ແລະ ສາມາດໄປຕິດຕາມ ແລະ ຮູ້ຈັກຕ້າໄດ້ຫຼາຍຂຶ້ນຜ່ານ Facebook: Kitar Xayyalath (ຜົນງານວົງການ), Tarr Xayyalath  (ຂາຍອອນລາຍ), Ig: Tar_Alaya ແລະ Tiktok: Kitar3333

ຮູບ: Kitar Xayyalath