ລາວ ລຸ້ນເປັນເຈົ້າພາບ ຊີເກມ ຄັ້ງທີ 35 ຫຼັງຖືກສະເໜີໃຫ້ເປັນເຈົ້າພາບ

148

ອີງຕາມກອງປະຊຸມຫົວໜ້າຄະນະກິລາຊີເກມ ຄັ້ງທີ 32 ຈັດຂຶ້ນ ເມື່ອວັນທີ 8-9 ເມສາ ຜ່ານມາ ທີ່ຣາຊະອານາຈັກ ກຳປູເຈຍ ເພື່ອກຽມຮັບກຽດເປັນເຈົ້າຈັດງານມະຫະກຳກິລາຊີເກມ ຄັ້ງທີ 32 ໃນປີ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ທອງຄູນ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຣາຊະອານາຈັກກຳປູເຈຍ, ໃນນັ້ນ ມີບັນດາຕາງໜ້າຄະນະນຳຈາກ 11 ຊາດ ໃນອາຊຽນເຂົ້າຮ່ວມ ສະເພາະຄະນະມົນຕີຊີເກມສປປ ລາວ ນຳໂດຍທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ. ສອນເພັດ ຈັນດານຸວົງ ຫົວໜ້າພາກວິຊາ ກິລາ-ກາຍະກຳ ສະຫາບັນກິລາ-ກາຍະກຳ ແລະ ທ່ານ ປອ. ຈັນທະວົງ ປັນຍາສີລິ ຫົວໜ້າພະແນກຈັດການແຂ່ງຂັນກິລາ.

ທ່ານ ປອ. ຈັນທະວົງ ປັນຍາສີລິ ໄດ້ລາຍງານຈາກຣາຊະອານາຈັກ ກຳປູເຈຍ ໃຫ້ຮູ້ວ່າ: ຊີເກມ ຄັ້ງທີ 31 ແມ່ນຈັດຢູ່ປະເທດຫວຽດນາມ ໃນເດືອນພຶດສະພາ 2022 ແນ່ນອນໃນປີໜ້າແມ່ນ ກຳປູເຈຍ ຄັ້ງທີ 32 ສ່ວນ ຄັ້ງຕໍ່ໄປ ປີ 2025 ແມ່ນໄທ ເປັນເຈົ້າພາບ ແລະ ຄັ້ງທີ 34 ປີ 2027 ແລະ ຄັ້ງທີ 35 ປີ 2029 ທາງກອງປະຊຸມກໍໄດ້ສະເໜີໃຫ້ ປະເທດອິນໂດເນເຊຍ ແລະ ສປປ ລາວ ຮັບກຽດເປັນເຈົ້າພາບ ແຕ່ໃນທັງນັ້ນ ທັງນີ້ ທາງອິນໂດ ແລະ ລາວ ກໍຂໍເອົາເກັບຄຳສະເໜີຕ່າງໆ ກັບໄປສະເໜີຕໍ່ລັດຖະບານ ແລະ ຈະໄດ້ຕອບໃນກອງປະຊຸມຄະນະມົນຕີຊີເກມໃນຄັ້ງຕໍ່ໄປ ຊຶ່ງຈະຈັດຂຶ້ນໃນກາງເດືອນມິຖຸນາ ປີນີ້.

ຂ່າວຈາກ: ສົງການ ພັນແພງດີ; ຮຽບຮຽງ: ແອັດມິນນົກ