15-17 ເມສານີ້ ອຸຕຸເຕືອນເຝົ້າລະວັງຝົນຕົກໜັກ ພາຍຸທ້ອງຖິ່ນໃນແຕ່ລະພາກ

322

ອຸຕຸເຕືອນໄລຍະວັນທີ 15-17 ເມສານີ້ ເຝົ້າລະວັງສະພາບຝົນຕົກໜັກ, ຟ້າຮ້ອງ-ຟ້າເຫຼື້ອມ ແລະ ອາດຈະເກີດມີລົມພາຍຸທ້ອງຖິ່ນ, ຟ້າຜ່າ ແລະ ໝາກເຫັບຕົກ ເປັນບາງໂອກາດຢູ່ໃນແຕ່ລະພາກ, ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດແລ້ວ ອອກບົດລາຍງານສະພາບອາກາດ ເລກທີ 0448/ກອຕທ, ລົງວັນທີ 11 ເມສາ 2022 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ເມສາ 2022 ວ່າ: ໄລຍະວັນທີ 11 ຫາ 14 ເມສານີ້ ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນຕົກ-ຕາເວັນຕົກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນເປັນບາງໂອກາດ.

ຈາກນັ້ນວັນທີ 15 ຫາ 17 ເມສາ 2022 ຄວາມກົດດັນອາກາດສູງຂອງອາກາດເຢັນຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບສອງຂະບວນລົມຄື: ລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມພາກເໜືອ ແລະ ຕາເວັນຕົກພັດປົກຄຸມພາກກາງ ແລະພາກໃຕ້, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກເປັນບາງໂອກາດ ແລະ ພ້ອມຈະເກີດມີລົມພາຍຸທ້ອງຖິ່ນ, ຟ້າຜ່າ ແລະ ໝາກເຫັບຕົກ ເປັນບາງໂອກາດຢູ່ໃນແຕ່ລະພາກ

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ-ຟ້າເຫຼື້ອມ ແລະ ຟ້າຜ່າ, ລົມພາຍຸທ້ອງຖີ່ນ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.