ລາວ-ຫວຽດນາມ ເປີດກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ຄັ້ງທີ 12

235

ໃນວັນທີ 11 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ສອງກະຊວງອຸດສາຫະກຳ ແລະ ການຄ້າ ລາວ – ຫວຽດນາມ ໄດ້ຮ່ວມກັນຈັດກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ 12

ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສປປລາວ ແລະ ທ່ານ ຫງວຽນ ຮົງ ຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ, ມີທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປລາວ ປະຈຳຫວຽດນາມ, ຜູ້ແທນຂັ້ນສູງຂອງສອງກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ບັນດາແຂວງທີ່ມີຊາຍແດນຕິດຈອດລາວ-ຫວຽດນາມ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດເຂົ້າຮ່ວມ.

ກອງປະຊຸມໄດ້ເປັນເອກະພາບກັນບາງບັນຫາສໍາຄັນດັ່ງນີ້:
1. ຮ່ວມກັນປຶກສາຫາລື ໃນການກວດກາຄືນບັນດາເນື້ອໃນສັນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຮ່ວມກັນ ທີ່ເຫັນວ່າ ຍັງບໍ່ສອດຄ່ອງກັບສະພາບການຮ່ວມມືໃນປະຈຸບັນເຊັ່ນ: ສັນຍາສິນຄ້າຜ່ານແດນ ລາວ-ຫວຽດນາມ, ອະນຸສັນຍາເພື່ອປັບປຸງສັນຍາສິນຄ້າຜ່ານແດນ ລາວ-ຫວຽດນາມ, ຂໍ້ຕົກລົງ ຮ່າໂນ້ຍ 2007 ກ່ຽວກັບ ການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ ຄົນ, ພາຫະນະ ແລະ ສິນຄ້າ.
2. ປຶກສາຫາລືກັນ ເພື່ອປັບປຸງກົນໄກການປະສານງານ ໃນການຈັດຕັ້ງຜັນຂະຫຍາຍບັນດາເນີ້ືອໃນສັນຍາ, ຂໍ້ຕົກລົງ, ບົດບັນທຶກ ແລະ ເອກະສານອື່ນໆທີ່ມີຮ່ວມກັນໃຫ້ໄດ້ຮັບປະສິດຕິຜົນສູງສຸດ ໂດຍສະເພາະການແກ້ໄຂບັນຫາທີ່ເກີດຂຶ້ນຈາກການປະຕິບັດເນື້ອໃນສັນຍາ ໃນໄລຍະຜ່ານມາ.

3. ການຕີລາຄາຮ່ວມກັນຂອງທັງສອງຝ່າຍ ເພື່ອແນໃສ່ ການຖອດຖອນໄດ້ ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນວຽກງານພັດທະນາການຄ້າຊາຍແດນໃນໄລຍະຜ່ານມາ ແລະ ຮ່ວມກັນຊອກຫາແນວທາງ, ວາງມາດຕະການໃນການແກ້ໄຂໃນຕໍ່ໜ້າ.
4. ສືບຕໍ່ປັບປຸບກົນໄກປະສານງານໃນການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ລະຫວ່າງສອງປະເທດ ພ້ອມທັງຄົ້ນຄວ້າແກ້ໄຂສິ່ງອຸດຕັນຕ່າງໆ ໃຫ້ຊຸກຍູ້ສົ່ງເສີມການນໍາເຂົ້າ-ສົ່ງອອກ ສິນຄ້າ ໃຫ້ບັນລຸຕາມຄາດໝາຍທີ່ສອງຝ່າຍໄດ້ກໍານົດ ໃນແຕ່ລະປີ.
5. ຮ່ວມກັນປຶກສາຫາລື ແລະ ຄົ້ນຄ້ວາ ສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານສົ່ງເສີມການລົງທຶນທີ່ຕິດພັນກັບວຽກງານການຄ້າ, ຊຸກຍູ້ສົ່ງເສີມໃຫ້ມີການລົງທຶນ ເຂົ້າໃນຂົງເຂດການຜະລິດ ແລະ ປຸງແຕ່ງ ຢູ່ແຕ່ລະປະເທດ ເຮັດແນວໃດເພື່ອສ້າງຜະລິດຕະພັນ ແລະ ແລກປ່ຽນສິນຄ້າໄດ້ຫຼາຍຂຶ້ນ ປະກອບສ່ວນສ້າງມູນຄ່າການຄ້າ ລະຫວ່າງ ສອງຝ່າຍໃຫ້ນັບມື້ນັບເພີ່ມຂຶ້ນ.

ພ້ອມນັ້ນ ໃນກອງປະຊຸມມີພິທີເຊັນບົດບັນທຶກກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນຄັ້ງທີ 12 ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເພື່ອເປັນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບພິເສດ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມຕື່ມອີກ
ເພື່ອເປັນການຍົກລະດັບຄວາມສໍາຄັນຂອງກອງປະຊຸມ ໃຫ້ມີຄວາມຄົບຖ້ວນທັງເນື້ອໃນ, ກິດຈະກໍາທີ່ຕິດພັນຢ່າງແທ້ຈິງ ສອງຝ່າຍເຫັນດີນໍາກັນວ່າ ນັບແຕ່ກອງປະຊຸມ ຄັ້ງນີ້ສອງຝ່າຍຈະຈັດຕັ້ງຕະຫຼາດນັດເພື່ອວາງສະແດງ ແລະ ຈໍາໜ່າຍສິນຄ້າທີ່ເປັນຜົນຜະລິດ, ສິນຄ້າທີ່ເປັນເອກະລັກຂອງເຂດແຄວ້ນ ແລະ ສິນຄ້າທີ່ມີທ່າແຮງ ຂອງບັນດາແຂວງຊາຍແດນ ລາວ-ຫວຽດນາມ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ແລະ ປະຊາຊົນບ່ອນທີ່ຈັດກອງປະຊຸມ ໄດ້ທ່ຽວຊົມ, ທໍາຄວາມຮູ້ຈັກ ແລະ ເລືອກຊື້ສິນຄ້າດັ່ງກ່າວ, ພ້ອມກັນນັ້ນ ຈະຈັດກອງປະຊຸມພົບປະ ເຊື່ອມໂຍງທຸລະກິດແຂວງຊາຍແດນ ລາວ-ຫວຽດນາມ.

ອີງຕາມຂໍ້ມູນສະຖິຕິ ການນໍາເຂົ້າ-ສົ່ງອອກສິນຄ້າ ລະຫວ່າງ ລາວ ແລະ ຫວຽດນາມ ແຕ່ປີ 2018 ຫາປີ 2021 ເຫັນວ່າ: ມູນຄ່າການຄ້າສາມາດບັນລຸ 4,5ຕື້ ໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ຂອງລາວໄປຫວຽດນາມ ບັນລຸ 2,1 ຕື້ໂດລາສະຫະລັດ ແລະ ການນໍາເຂົ້າ ຂອງລາວຈາກຫວຽດນາມ ບັນລຸ 2,4 ຕື້ ໂດລາສະຫະລັດ.
ສະເພາະປີ 2021 ມູນຄ່າການຄ້າບັນລຸໄດ້ 1,37 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ 33,32% ທຽບໃສ່ ປີ 2020 ກາຍຄາດໝາຍທີ່ສອງລັດຖະບານໄດ້ວາງໄວ້ ແລະ ຖືວ່າເປັນມູນຄ່າການຄ້າສອງຝ່າຍ ລາວ-ຫວຽດນາມ ທີ່ສູງທີ່ສຸດ ໃນໄລຍະ 10ປີ ຜ່ານມາ.