ຈີນ ປະສົບຜົນສຳເລັດໃນການ ສົ່ງດາວທຽມຂຶ້ນສູ່ອະວະກາດ

55

CRI ລາຍງານວ່າ ຈີນ ໄດ້ປະສົບຜົນສຳເລັດໃນການສົ່ງດາວທຽມ ເກົາເຟິນ-3 03 (Gaofen-3 03) ຂຶ້ນສູ່ ອະວະກາດ ດ້ວຍຈະຫຼວດຊາງເຈິ່ງ 4C ຈາກສູນ ສົ່ງດາວທຽມ ຈີວຊວນ.

ດາວທຽມດວງນີ້ ຈະຖືກນຳໃຊ້ ເຂົ້າໃນ ການບັນທຶກພາບ SAR ທີ່ມີຄວາມ ຈະແຈ້ງສູງ ເຊື່ອຖືໄດ້ ແລະ ໝັ້ນທ່ຽງ,

ເພື່ອສະໜອງ ຂໍ້ມູນທາງ ວິຊາການ ໃຫ້ແກ່ ວຽກງານ ການພັດທະນາ ດ້ານທະເລ ການຕິດຕາມ ວັດແທກ ສິ່ງແວດລ້ອມ ແລະ ຊັບພະຍາກອນ ທາງບົກ ພ້ອມທັງ ການປ້ອງກັນ ແລະ ຫຼຸດຜ່ອນ ໄພທຳມະຊາດ ທີ່ອາດເກີດຂຶ້ນ ຢ່າງໄວວາ.