ເລີ່ມ 13 ເມສາ ເປີດແລ່ນຂະບວນລົດໄຟທຳມະດາ ນະຄອນຫລວງວຽງຈັນ-ບໍ່ເຕ່ນ

203

ບໍລິສັດທາງລົດໄຟລາວ-ຈີນ ເປີດນຳໃຊ້ລົດໄຟທຳມະດາຊ່ວງສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີບໍ່ເຕ່ນ ທັງນີ້ກໍ່ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງ ໃນໄລຍະພັກເທດສະການປີໃໝ່ ລາວ ແລະ ຄວາມຕ້ອງການທົດລອງນັ່ງລົດໄຟທຳມະດາຂອງປະຊາຊົນ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດແລ່ນລົດໄຟທົ່ວໄປຖ້ຽວລົດໄຟ K12/11 ລະຫວ່າງສະຖານີນະຄອນຫລວງວຽງຈັນ ຫາ ສະຖານີບໍ່ເຕ່ນນັບແຕ່ວັນທີ 13 ເມສາ ເປັນຕົ້ນໄປ ໂດຍນຳໃຊ້ລົດໄຟທຳມະດາ 1 ຂະ ບວນ.

ລົດໄຟທຳມະດາແລ່ນດ້ວຍຄວາມໄວ 120 km/h, ມີບ່ອນນັ່ງທັງໝົດ 732 ບ່ອນນັ່ງ, ໃນນັ້ນ, ຕັ່ງນັ່ງທົ່ວໄປ 590 ບ່ອນນັ່ງ, ຕັ່ງນັ່ງກວ້າງ 106 ບ່ອນນັ່ງ, ຕຽງນອນ (solf sleeper) 36 ບ່ອນ. ພ້ອມນັ້ນ, ນັບແຕ່ວັນທີ 14 ເມສາ 2022 ເປັນຕົ້ນໄປ ຈະມີການເປີດໃຫ້ບໍລິການຂົນສົ່ງໂດຍ ສານສະຖານີກາສີ ແຂວງວຽງຈັນ ແລະ ສະຖານີເມືອງງາ ແຂວງອຸດົມໄຊ. ສຳລັບ ເວລາໃນການແລ່ນລົດ ແມ່ນເລີ່ມແຕ່ເວລາ 9:00 ໂມງ ເປັນຕົ້ນໄປ.

ເຫັນໄດ້ວ່າ ໃນໄລຍະເວລາ 2-3 ວັນທີ່ຜ່ານມາ ບັນຍາກາດປະຊາຊົນຈຳນວນຫລວງຫລາຍ ເພື່ອກັບເມືອສະຫລອງປີໃຫມ່ລາວ ຢູ່ບ້ານເກີດ ເພາະມີເວລາພັກການຕິດຕໍ່ກັນຫລາຍວັນ, ໃນນີ້ ມີທັງຜູ້ເດີນທາງໄປທ່ອງທ່ຽວ ແລະ ເດີນທາງກັບບ້ານ ເພື່ອສະຫລອງປີໃຫມ່ລາວກັບຄອບຄົວ ໃນໂອກາດເທສະການສຳຄັນ ແລະ ປີລະຄັ້ງ.